ໃນສານໄຂວາລະປຶກສາຫາລື, ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ກ່າວເຕືອນວ່າ ໂລກພວມກ້າວເຂົ້າສູ່ການຊ່ວງເສັງອາວຸດນິວເຄຼຍປະເພດໃໝ່; ໃນນັ້ນຄວາມສ່ຽງຈາກອາວຸດອັນຕະລາຍປະເພດໃໝ່, ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດລົງຕໍ່ກັບບັນດາມາດຖານທົ່ວໂລກກ່ຽວກັບການເກືອດຫ້າມອາວຸດນິວເຄຼຍ ແລະການກະທຳນາບຂູ່ນຳໃຊ້ອາວຸດນິວເຄຼຍພວມຢູ່ໃນລະດັບສູງສຸດໃນຫຼາຍທົດສະວັດ. ທ່ານເລຂາທິການໃຫຍ່ Guterres ຢືນຢັນວ່າ ການຫຼຸດຜ່ອນອາວຸດແມ່ນພື້ນຖານຂອງສັນຕິພາບ ແລະ ບໍ່ສາມາດລໍຖ້າຈົນເຖິງມີ “ເງື່ອນໄຂ” ທີ່ເໝາະສົມ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ໂດ໊ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ວາລະປຶກສາຫາລື. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ໂດ໊ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢັ້ງຢືນຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ຕໍ່ກັບຄວາມມານະພະຍາຍາມທ່ົວໂລກກ່ຽວກັບການຫຼຸດຜ່ອນອາວຸດ, ຕ້ານການເຜີຍແຜ່ອາວຸດນິວເຄຼຍ ແລະຮັບປະກັນສິດຂອງທຸກປະເທດໄດ້ພັດທະນາ ແລະນຳໃຊ້ພະລັງງານນິວເຄຼຍເພື່ອເປົ້າໝາຍສັນຕິພາບ. ໂດຍເປັນສະມາຊິກຂອງສົນທິສັນຍາບໍ່ເຜີຍແຜ່ອາວຸດນີວເຄຼຍ (NPT), ສົນທິສັນຍາເກືອດຫ້າມທົດລອງນິວເຄຼຍຮອບດ້ານ (CTBT) ແລະ ສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ (TPNW), ຫວຽດນາມ ຍາມໃດກໍ່ເຊີດຊູຄວາມຈໍາເປັນຂອງການປະຕິບັດຕາມກົດໝາຍສາກົນ ແລະ ກົດບັດ ສປຊ.

ໃນຖານະເປັນປະທານກອງປະຊຸມສໍາຫຼວດກວດຄືນ NPT ປີ 2026, ທ່ານເອກອັກຄະລັດຖະທູດ ໂດ໊ຮຸ່ງຫວຽດ ຮຽກຮ້ອງໃຫ້ບັນດາປະເທດຮ່ວມມືເພື່ອແນໃສ່ປັບປຸງບັນດາລະບອບລະບຽບການຫຼຸດຜ່ອນອາວຸດ, ຕ້ານການເຜີຍແຜ່ອາວຸດນິວເຄຼຍທົ່ວໂລກ, ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະຄວາມຕັດສິນໃຈດ້ານການເມືອງສູງສຸດ, ປະກອບສ່ວນຫຼຸດຜ່ອນ ແລະກ້າວໄປເຖິງລົບລ້າງອາວຸດລ້າງຜານປະເພດນີ້ຢ່າງສິ້ນເຊີງ.

ໂດຍ: ທູຈາງ