ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ທ່ານນາງ ເລທິທູຮັ່ງ ອວຍພອນ ບຸນກາຣີ ບັນລຸໄດ້ຜົນງານຫຼາຍຢ່າງໃນການພັດທະນາ ແລະເຊື່ອມໂຍງເຂົ້າກັບເອີລົບ, ຜົນສຳເລັດໃນການເຂົ້າຮ່ວມສັນຍາ Schengen ກ່ຽວກັບສິດເສລີໃນການໄປມາຢູ່ ເອີລົບ ໃນໄລຍະຜ່ານມາ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຮັດວຽກກັບທ່ານ Nikolay Pavlov ຮອງລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ສ່ວນທ່ານ Nikolay Pavlov ສະແດງຄວາມປະທັບໃຈຕໍ່ບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ຕີລາຄາວ່າ ຫວຽດນາມ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງ ບຸນກາຣີ ແລະອີຢູ; ຢືນຢັນວ່າ ບຸນກາຣີ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ, ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ບຸນກາຣີ ຢູ່ພາກພື້ນ.

ສອງຝ່າຍເຫັນດີເປັນເອກະພາບຕີລາຄາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໄດ້ພັດທະນາຢ່າງດີງາມໃນໄລຍະຜ່ານມາ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄະນະຜ່ານຊ່ອງທາງລັດ, ສະພາແຫ່ງຊາດ… ສົມທົບຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ສອງຝ່າຍກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງແນໃສ່ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2025. ການຮ່ວມມືໃນຂົງເຂດການຄ້າ- ການລົງທຶນ, ການສຶກສາ-ບໍາລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ, ແຮງງານ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ... ລ້ວນແຕ່ພັດທະນາຢ່າງຕັ້ງໜ້າ.

ສອງຝ່າຍເນັ້ນໜັກເຖິງການສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ການຢ້ຽມຢາມຂັ້ນສູງ ແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ເຕັກໂນໂລຢີສູງ, ນະວັດຕະກໍາ, ບໍາລຸງສ້າງຊັບພະຍາກອນມະນຸດໃນຂົງເຂດປັນຍາປະດິດ, ການເຊື່ອມຕໍ່ຖານຂໍ້ມູນ, ອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອຸດສາຫະກຳລົດໂອໂຕ, ໂທລະຄົມມະນາຄົມ, ການຢາ… ປະກອບສ່ວນນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

ໂດຍ: ເຈິ່ນຮວ່ຽນ