ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ

ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການພົວພັນສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ກູບາ. ພ້ອມທັງຢືນຢັນຄວາມຕັດສິນໃຈຂອງການນຳຫວຽດນາມ ປາດຖະໜາຢາກຍົກສູງປະສິດທິຜົນການພົວພັນຮ່ວມມືກັບປະເທດກູບາ ອ້າຍນ້ອງ ໃນທຸກຂົງເຂດກວ່າອີກ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ເສີມຂະຫຍາຍສູງສຸດທ່າແຮງຂອງທັງສອງຝ່າຍໃຫ້ເໝາະສົມກັບສາຍພົວພັນແບບພິເສດ ຫວຽດນາມ-ກູບາ ໃນສະພາບທີ່ສອງປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (2-12-1960 / 2-12-2025).

leftcenterrightdel
ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອໍານາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດກູບາ ແລະທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: qdnd.vn

ສ່ວນທ່ານ Esteban Lazo Hernández ສະແດງຄວາມສະເທືອນໃຈຕໍ່ອາລົມຈິດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນກູບາ ຜ່ານລາຍການບໍລິຈາກຂົນຂວາຍສະໜັບສະໜູນປະຊາຊົນກູບາ “65 ປີແຫ່ງສາຍຈິດມິດໃຈ ຫວຽດນາມ-ກູບາ”, ຖືວ່ານີ້ແມ່ນສິ່ງທີ່ສະແດງໃຫ້ເຫັນຄວາມມີຊີວິດຊີວາຂອງມູນເຊື້ອສາມັກຄີ, ມິດຕະພາບ, ບໍລິສຸດຜຸດຜ່ອງ, ສັດຊື່ບໍລິສຸດລະຫວ່າງສອງປະເທດ. ທ່ານ Esteban Lazo Hernández ຢືນຢັນວ່າ ກູບາ ຍາມໃດກໍ່ນັບຖືຢ່າງສູງຈົດຈໍາ ແລະຕີລາຄາສູງອາລົມຈິດຄວາມສາມັກຄີ, ການຮ່ວມເດີນທາງ, ສະໜັບສະໜູນຢ່າງຈິງໃຈ ແລະໜູນຊ່ວຍຢ່າງແທດຈິງຂອງພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ກູບາ ໃນໄລຍະຜ່ານມາ.

leftcenterrightdel
ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອໍານາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດກູບາ ພົບປະກັບທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: qdnd.vn

ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ລັດຖະບານຫວຽດນາມ ພ້ອມທີ່ຈະແບ່ງປັນບົດຮຽນ, ຊຸກຍູ້ການຮ່ວມມືຫຼາຍດ້ານກັບກູບາ, ເປັນຕົ້ນແມ່ນໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈ, ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະການພັດທະນາຂອງສອງປະເທດ ໃນໄລຍະປະຈຸບັນ, ພິເສດແມ່ນການແບ່ງປັນປະສົບການ ແລະບົດຮຽນທີ່ຫວຽດນາມ ບັນລຸໄດ້ໃນໄລຍະເກືອບ 40 ປີແຫ່ງການປະຕິບັດນະໂຍບາຍປ່ຽນແປງໃໝ່, ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

ທ່ານ Esteban Lazo Hernández ຢືນຢັນວ່າ ສະພາແຫ່ງຊາດກູບາ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການເພີ່ມທະວີການຢ້ຽມຢາມ ແລະການພົບປະຂັ້ນສູງກັບສະພາແຫ່ງຊາດຫວຽດນາມ, ຊຸກຍູ້ການພົບປະແລກປ່ຽນຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ລະຫວ່າງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ; ຜັນຂະຫຍາຍໝາກຜົນກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ-ກູບາ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມ ເຄື່ອນໄຫວຢູ່ ກູບາ; ຍູ້ແຮງການໂຄສະນາໃນປະຊາຊົນ ແລະສຶກສາອົບຮົມລຸ້ນໜຸ່ມສອງປະເທດສືບຕໍ່ສືບທອດມູນເຊື້ອການພົວພັນລະຫວ່າງສອງປະເທດ. ທ່ານປະທານສະພາແຫ່ງຊາດ ກູບາ ຢືນຢັນວ່າ ກູບາ ປາດຖະໜາຢາກທາບທາມຄວາມເຫັນ, ຮຽນຮູ້ປະສົບການປ່ຽນແປງໃໝ່, ພັດທະນາປະເທດຂອງຫວຽດນາມ, ເປັນແບບຢ່າງໃຫ້ກູບາ ແລະໂລກ, ເພື່ອໃຫ້ກູບາ ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ ແລະບັນລຸໄດ້ບັນດາຜົນງານ ທີ່ຫວຽດນາມ ບັນລຸໄດ້.

ເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງສອງສະພາແຫ່ງຊາດ

ວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະພົບປະສອງຝ່າຍກັບທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອໍານາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດກູບາ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອໍານາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດກູບາ. ພາບ: qdnd.vn

ທີ່ການພົບປະ, ປະທານສະພາແຫ່ງຊາດສອງປະເທດ ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ຈະສືບຕໍ່ໜູນຊ່ວຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາກົນໄກຮ່ວມມືລະຫວ່າງສອງພັກ, ສອງລັດຖະບານ, ສອງສະພາແຫ່ງຊາດ ແລະກົນໄກການເມືອງ-ການທູດ, ເສດຖະກິດ-ການຄ້າ ແລະການປ້ອງກັນຊາດສອງຝ່າຍເປັນປະຈໍາ. ສອງຝ່າຍກໍ່ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຊຸກຍູ້ການຜັນຂະຫຍາຍນະໂຍບາຍດ້ານກົດໝາຍຢ່າງມີປະສິດທິຜົນເພື່ອໜູນຊ່ວຍວິສາຫະກິດ, ເພີ່ມທະວີການລົງທຶນເຂົ້າໃນບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ, ເງື່ອນໄຂ ແລະກໍາລັງຄວາມສາມາດຂອງແຕ່ລະປະເທດ; ສ້າງເງື່ອນໄຂ ແລະຕິດຕາມກວດກາຜັນຂະຫຍາຍໂຄງການຮ່ວມມືຈຸດສຸມທີ່ໄດ້ຕົກລົງ...

leftcenterrightdel
 ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງສອງປະເທດ ແລະສອງສະພາແຫ່ງຊາດກ່ຽວກັບວຽກງານສ້າງກົດໝາຍ, ຜັນຂະຫຍາຍນະໂຍບາຍຊີ້ຂາດໃຫຍ່ຂອງພັກ ໃນສັງກາດໃໝ່, ກະກຽມ ແລະຜັນຂະຫຍາຍກອງປະຊຸມໃຫຍ່ພັກຂອງຫວຽດນາມ ແລະກູບາ ໃນປີ 2026 ຢ່າງມີປະສິດທິຜົນ; ແບ່ງປັນບົດຮຽນ, ສົ່ງເສີມການພັດທະນາຂອງວິສາຫະກິດ, ດຶງດູດການລົງທຶນຈາກຕ່າງປະເທດ, ການຄຸ້ມຄອງການເງິນ, ພັດທະນາການຜະລິດກະສິກຳ, ການນຳໃຊ້ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະຂົງເຂດອື່ນໆ ເຊິ່ງສອງຝ່າຍມີຄວາມສົນໃຈ, ຜ່ານນັ້ນປະກອບສ່ວນປັບປຸງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຍົກສູງປະສິດທິຜົນການພົວພັນຮ່ວມມືຮອບດ້ານ ຫວຽດນາມ-ກູບາ...

ປະທານສະພາແຫ່ງຊາດສອງປະເທດ ກໍ່ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບສືບຕໍ່ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະໜູນຊ່ວຍເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ ເຊິ່ງ ສະພາແຫ່ງຊາດສອງປະເທດເປັນສະມາຊິກ, ເປັນຕົ້ນແມ່ນຢູ່ສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ.

* ຕອນຄໍ່າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານສະພາແຫ່ງຊາດ Esteban Lazo Hernández ພ້ອມດ້ວຍຄະນະຜູ້ແທນກູບາ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ໂດຍ: ເຈິ່ນຮວ່ຽນ