ຮຽນການນໍາບັນດາປະເທດ ພ້ອມກັບເພື່ອນມິດສາກົນທຸກຖ້ວນໜ້າ ທີ່ນັບຖື!

1. ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີຕ້ອນຮັບແຂກທີ່ມີກຽດມານະຄອນຫຼວງຮ່າໂນ້ຍຢ່າງສຸດໃຈ-ນະຄອນເພື່ອສັນຕິພາບ-ເພື່ອເຂົ້າຮ່ວມພິທີເປີດການເຊັນສົນທິສັນຍາຂອງ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ, ດ້ວຍຫົວຂໍ້ “ຕ້ານອາດຊະຍາກໍາທາງໄຊເບີ-ແບ່ງປັນຄວາມຮັບຜິດຊອບ-ມຸ່ງໄປເຖິງອະນາຄົດ” ໃນວັນທີ 25 ແລະ 26 ຕຸລາ 2025.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: qdnd.vn

2. ໃນສັງກາດດີຈີຕອນ, ອາດຊະຍາກຳທາງໄຊເບີ ບໍ່ພຽງແຕ່ເປັນສິ່ງທ້າທາຍສຳລັບປະເທດດຽວເທົ່ານັ້ນ, ຫາກຍັງເປັນໄພອັນຕະລາຍໃນທົ່ວໂລກ, ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ, ສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ ແລະຊີວິດສັງຄົມ. ຫວຽດນາມ ຍາມໃດກໍ່ຖືການຕ້ານອາດຊະຍາກຳທາງໄຊເບີ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍຮັກສາຄວາມໝັ້ນຄົງແຫ່ງຊາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມພ້ອມກັບປະຊາຄົມສາກົນໃນການຕໍ່ສູ້ຕ້ານອາດຊະຍາກຳທາງໄຊເບີ.

ຫວຽດນາມ ຮັບຮູ້ຢ່າງຈະແຈ້ງວ່າ, ດ້ວຍຄຸນລັກສະນະພິເສດທີ່ບໍ່ມີພົມແດນຂອງອິນເຕີເນັດ, ຢາກຕ້ານອາດຊະຍາກຳທາງໄຊເບີຢ່າງມີປະສິດທິຜົນ ຕ້ອງມີຄວາມສາມັກຄີ, ການຮ່ວມມືລະຫວ່າງບັນດາປະເທດ ແລະເຄົາລົບກົດໝາຍ.

ສົນທິສັນຍາໄດ້ວາງກອບນິຕິກຳກ່ຽວກັບການຮ່ວມມືສາກົນໃນການຕໍ່ສູ້ຕ້ານອາດຊະຍາກຳທາງໄຊເບີ, ຮັບປະກັນໃຫ້ບັນດາປະເທດສະມາຊິກ, ພິເສດແມ່ນບັນດາປະເທດພວມພັດທະນາ, ບັນດາປະເທດທີ່ມີຄວາມສ່ຽງໄດ້ຮັບການໜູນຊ່ວຍ ແລະຍົກສູງກຳລັງຄວາມສາມາດໃນການຮັບມືກັບອາດຊະຍາກຳປະເພດນີ້.

ເລື່ອງກອງປະຊຸມສະມັດຊາໃຫຍ່ ສປຊ ຮັບຮອງເອົາສົນທິສັນຍາ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ເດືອນທັນວາ 2024) ແລະຈັດຕັ້ງພິທີເປີດການເຊັນຢູ່ຮ່າໂນ້ຍ ແມ່ນເປັນຫຼັກຖານພະຍານທີ່ມີຊີວິດຊີວາໃຫ້ແກ່ຄວາມຮັບຜິດຊອບຂອງບັນດາປະເທດໃນການປົກປ້ອງທາງອິນເຕີເນັດ-ປົກປັກຮັກສາຊັບສິນລວມຂອງມວນມະນຸດ.

ພວກຂ້າພະເຈົ້າ ຫວັງວ່າເຫດການນີ້ບໍ່ພຽງແຕ່ແມ່ນລະບຽບການທາງນິຕິກໍາແຕ່ຢ່າງດຽວ, ແຕ່ຍັງເປັນພື້ນຖານເພື່ອຊຸກຍູ້ການເຈລະຈາ, ແບ່ງປັນບົດຮຽນ, ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງລັດຖະບານ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະກາຍເປັນເວທີປາໄສເພື່ອຊຸກຍູ້ການປະຕິບັດສົນທິສັນຍາຂອງ ສປຊ ແລະການຮ່ວມມືທົ່ວໂລກໃນການຕ້ານອາດຊະຍາກຳທາງໄຊເບີ.

3. ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍການເຂົ້າຮ່ວມ ແລະການໃຫ້ຄຳໝັ້ນສັນຍາຂອງບັນດາປະເທດ, ພິທີເປີດການເຊັນສົນທິສັນຍາ ຢູ່ຮ່າໂນ້ຍ ຈະກາຍເປັນຂີດໝາຍປະຫວັດສາດ, ຢືນຢັນຄຸນຄ່າຂອງລັດທິຫຼາຍຝ່າຍດ້ວຍ ສປຊ ທີ່ເປັນໃຈກາງ, ເປັນການສົ່ງສານຢ່າງແຂງແຮງກ່ຽວກັບຄວາມຕັດສິນໃຈຂອງພວກເຮົາ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງໄຊເບີ ແລະສ້າງໂລກແຫ່ງສັນຕິພາບ, ຍຸຕິທຳ, ເຄົາລົບກົດໝາຍ, ເພື່ອຜົນປະໂຫຍດຂອງຄົນລຸ້ນປັດຈຸບັນ ແລະລຸ້ນອະນາຄົດ.

4. ເນື່ອງໃນໂອກາດອັນສຳຄັນນີ້, ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງບັນດາປະເທດ, ອົງການຈັດຕັ້ງສາກົນ ແລະເພື່ອນມິດໃນທົ່ວໂລກ ທີ່ຍາມໃດກໍ່ຮ່ວມເດີນທາງ, ສະໜັບສະໜູນຫວຽດນາມ ຕະຫຼອດມາ.

ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະພົບກັນທີ່ຮ່າໂນ້ຍ!

ໂດຍ: ເຈິ່ນຮວ່ຽນ