ທີ່ການພົບປະກັບທ່ານປະທານສະພາຕໍ່າຍີ່ປຸ່ນ, ທ່ານ ເຈີ່ນກວາງເຟືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ, ເປັນເພື່ອນມິດທີ່ຈິງໃຈ, ໄວ້ເນື້ອເຊື່ອໃຈ, ຮ່ວມເດີນທາງໃນວິວັດການປະຕິບັດບັນດາເປົ້າໝາຍພັດທະນາ; ຖືການຮ່ວມມືລັດຖະສະພາ ແມ່ນຊ່ອງທາງສຳຄັນເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງແທດຈິງ, ຮອບດ້ານ ແລະມີປະສິດທິຜົນ.

ທ່ານ ເຈີ່ນກວາງເຟືອງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ເປັນຕົ້ນແມ່ນການພົບປະແລກປ່ຽນລະຫວ່າງສອງກຸ່ມ/ສະຫະພັນສະມາຊິກລັດຖະສະພາມິດຕະພາບ, ບັນດາກໍາມາທິການຂອງສະພາແຫ່ງຊາດສອງປະເທດ ເປັນປະຈໍາໄລຍະ; ແບ່ງປັນບົດຮຽນທາງດ້ານນິຕິບັນຍັດ, ຕິດຕາມກວດກາໃນຂົງເຂດຄວາມໝັ້ນຄົງແບບໃໝ່ ຄື ຄວາມໝັ້ນຄົງທາງໄຊເບີ, ການຫັນເປັນດີຈີຕອນ, ການຮັບມືກັບໄພພິບັດທຳມະຊາດ...

leftcenterrightdel
ທ່ານພົນໂທ ເຈີ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Nukaga Fukushiro ປະທານສະພາຕ່ຳຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Nukaga Fukushiro ປະທານສະພາຕ່ຳ ເນັ້ນໜັກວ່າ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງຍີ່ປຸ່ນ ໃນການຜັນຂະຫຍາຍນະໂຍບາຍຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ; ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ໃຫ້ຫຼາຍກວ່າອີກ.

ທີ່ການພົບສອງຝ່າຍກັບທ່ານຮອງປະທານສະພາສູງຍີ່ປຸ່ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາລະຫວ່າງການນຳຂັ້ນສູງສອງປະເທດ ຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືໃນທຸກຂົງເຂດເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ, ການທ່ອງທ່ຽວ, ການຄ້າ, ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ...

ໂດຍ: ຈາງຫງວຽນ