ຕອນບ່າຍວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ຄະນະປະຕິບັດງານຂອງທ່ານນາຍົກລັດຖະມົນຕີ, ນໍາໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ໄດ້ມີການເຮັດວຽກກັບການນໍາກະຊວງປ້ອງກັນປະເທດຢູ່ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະຜູ້ແທນຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ

ພ້ອມເຂົ້າຮ່ວມການເຮັດວຽກມີທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນເອກ ຫງວຽນເຕິນເກືອງ ກໍາມະການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ການນໍາບາງຄະນະ, ກະຊວງ, ຂະແໜງການ...ອີກດ້ວຍ.

ຄະນະປະຕິບັດງານໄດ້ຮັບຟັງການນຳກະຊວງປ້ອງກັນປະເທດ ແລະກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ລາຍງານໝາກຜົນການນຳພາ, ຊີ້ນຳ, ການປະຕິບັດທຸກດ້ານຂອງກະຊວງປ້ອງກັນປະເທດ ແລະກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ກ່ຽວກັບການພັດທະນາອຸດສາຫະກຳປ້ອງກັນຊາດ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງວຽກງານກະກຽມຂອງກະຊວງປ້ອງກັນປະເທດ ແລະກົມໃຫຍ່ອຸດສາຫະກຳປ້ອງກັນຊາດໃຫ້ແກ່ການເຮັດວຽກ. ທ່ານນາຍົກລັດຖະມົນຕີ ຮັບຮູ້ ແລະຍ້ອງຍໍໍຊົມເຊີຍບັນດາຜົນງານທີ່ດີເດັ່ນ ແລະໝາກຜົນທີ່ກະຊວງປ້ອງກັນປະເທດ ແລະກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ບັນລຸໄດ້ໃນ 9 ເດືອນຕົ້ນປີ 2025.

ກ່ອນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາກະຊວງ, ຂະແໜງການສູນກາງ ໄດ້ປູກຕົ້ນໄມ້ທີ່ລະນຶກມອບໃຫ້ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ.

ໂດຍ: ໄຊນີດາ