    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານນາຍົກລັດຖະມົນຕີສະຫະພັນ ລັດເຊຍ M.V. Mishustin ໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນເດືອນ ມັງກອນ 2025. ພາບ: nhandan.vn |
ຂໍຮຽນທ່ານເອກອັກຄະລັດຖະທູດໃຫ້ຮູ້ຄວາມໝາຍ ແລະຈຸດພົ້ນເດັ່ນຂອງການຢ້ຽມຢາມຫວຽດນາມ ເນື່ອງໃນໂອກາດນີ້ຂອງປະທານ ດູມາ ແຫ່ງຊາດ ສະພາສະຫະພັນລັດເຊຍ Vyacheslav Volodin?
ກ່ອນອື່ນໝົດ, ຂ້າພະເຈົ້າຢາກເນັ້ນໜັກວ່າ: ກົນໄກເຈລະຈາດ້ານການເມືອງທີ່ເປັນປົກກະຕິ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດໃນທຸກຂັ້ນ, ໃນນັ້ນມີຂັ້ນສູງ, ສວມບົດບາດສຳຄັນໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລັດເຊຍ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ.
    |
 |
ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳ ຫວຽດນາມ Gennady Bezdetko. ພາບ: ສະຖານທູດລັດເຊຍ ປະຈໍາ ຫວຽດນາມ |
ປີນີ້ເລີ່ມຕົ້ນດ້ວຍການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລັດເຊຍ M.V. Mishustin, ສອງຝ່າຍບັນລຸໄດ້ຂໍ້ຕົກລົງຮ່ວມມືສຳຄັນຜ່ານວິວັດການມາຮອດປີ 2030. ໃນເດືອນ ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມລັດເຊຍ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາອັນຍິ່ງໃຫຍ່. ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງສອງຝ່າຍທີ່ສຳຄັນໃນຂົງເຂດນ້ຳມັນອາຍແກັສ, ການສຶກສາ ແລະມະນຸດສະທຳ.
ການຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານປະທານດູມາ V.V. Volodin ແມ່ນການສືບຕໍ່ການພົບປະສອງຝ່າຍໃນປີນີ້.
ໜຶ່ງໃນບັນດາເປົ້າໝາຍຕົ້ນຕໍຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອໃຫ້ສະພາແຫ່ງຊາດ 2 ປະເທດຮັບປະກັນການຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນເມື່ອກ່ອນໃນຫຼາຍຂົງເຂດ, ລວມມີການຄ້າ ແລະເສດຖະກິດ, ພະລັງງານ, ວິທະຍາສາດ ແລະເຕັກໂນໂລຢີ, ການສຶກສາ, ວັດທະນະທຳ ແລະການແລກປ່ຽນມະນຸດສະທຳ. ຍາກທີ່ຈະຕີລາຄາເກີນຄວາມສຳຄັນຂອງການເຄື່ອນໄຫວຕິດຕາມກວດການີ້ຂອງສະພາແຫ່ງຊາດຂອງສອງປະເທດ.
ຫວັງວ່າການພົບປະລະຫວ່າງການນຳສອງປະເທດໃນໂອກາດນີ້ຈະເປັນໂອກາດສຸດຍອດເພື່ອປຶກສາຫາລືກ່ຽວກັບບັນຫາໃນໂຄງການດໍາເນີນງານສອງຝ່າຍ ແລະການວາງແຜນຝັງບັນດາເປົ້າໝາຍໃນອະນາຄົດ. ເປັນໜ້າໃສ່ໃຈວ່າ ການຢ້ຽມຢາມໄດ້ດຳເນີນໄປໃນປີທີ່ສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 80 ປີແຫ່ງວັນໄຊຊະນະລັດເຊຍ ໃນສົງຄາມປົກປັກຮັກສາອັນຍິ່ງໃຫຍ່ ແລະການປະກາດເອກະລາດຂອງຫວຽດນາມ.
    |
 |
ທ່ານປະທານ ດູມາ ແຫ່ງຊາດ ສະຫະພັນ ລັດເຊຍ Vyacheslav Victorovich Volodin ຕ້ອນຮັບທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝີນ ເນື່ອງໃນໂອກາດການຢ້ຽມຢາມ ລັດເຊຍ ໃນເດືອນ ກັນຍາ 2024. ພາບ: ສໍານັກຂ່າວສານຫວຽດນາມ |
ຮຽນທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບບົດບາດຂອງການຮ່ວມມືລັດຖະສະພາໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍ ແລະຫວຽດນາມ?
ສອງປະເທດໄດ້ເຊື່ອມຕໍ່ກັນດ້ວຍສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະຄວາມເຫັນໃຈກັນອັນເລິກເຊິ່ງ. ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້. ພວກຂ້າພະເຈົ້າມີຄວາມພາກພູມໃຈໃນການປະກອບສ່ວນອັນໃຫຍ່ຫຼວງຂອງຕົນເຂົ້າໃນໄຊຊະນະຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ເສລີພາບ, ເປັນການໜູນຊ່ວຍຂອງພວກຂ້າພະເຈົ້າໃນຊຸມປີແຫ່ງການສ້າງສາຄືນໃໝ່ຫຼັງສົງຄາມຂອງຫວຽດນາມ.
ການພົວພັນລັດເຊຍ-ຫວຽດນາມ ມີຄວາມຫຼາກຫຼາຍ ແລະພວມພັດທະນາບົນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຮ່ວມມືດ້ານນິຕິບັນຍັດແນ່ນອນວ່າມີບົດບາດສໍາຄັນ. ຕົວຢ່າງຄືໃນຊຸມປີມໍ່ໆມານີ້, ປະທານສະພາສະຫະພັນ ແລະປະທານດູມາ ແຫ່ງຊາດໄດ້ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ 3 ຄັ້ງ ແລະ 4 ຄັ້ງ. ບັນດາການນຳຂອງສະພາແຫ່ງຊາດຫວຽດນາມ ກໍ່ໄດ້ໄປຢ້ຽມຢາມປະເທດຂ້າພະເຈົ້າເປັນຫຼາຍຄັ້ງ.
2 ຝ່າຍໄດ້ມີການພົບປະລະຫວ່າງບັນດາອົງການລັດຖະສະພາຫຼາຍຝ່າຍ. ວັນທີ 6 ເມສາ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 150 (Tashkent, Uzbekistan) ແລະວັນທີ 30 ກໍລະກົດ, ໃນຂອບເຂດກອງປະຊຸມປະທານລັດຖະສະພາໂລກ ຄັ້ງທີ 6 (ນະຄອນ Geneva, ສະວິດ), ປະທານສະພາ ສະຫະພັນສະພາແຫ່ງຊາດລັດເຊຍ V.I. Matviyenko ໄດ້ມີການພົບປະກັບປະທານສະພາແຫ່ງຊາດ ເຈີ່ນແທັງເໝີນ.
ພວກຂ້າພະເຈົ້າຖືເປັນສຳຄັນການຈັດຕັ້ງກອງປະຊຸມຄັ້ງທີ 4 ຂອງຄະນະກຳມາທິການຮ່ວມມືລະຫວ່າງລັດຖະສະພາລະຫວ່າງດູມາແຫ່ງຊາດ ຂອງສະຫະພັນລັດເຊຍ ແລະສະພາແຫ່ງຊາດຫວຽດນາມ ໃນຂອບເຂດການຢ້ຽມຢາມຄັ້ງນີ້. ສອງຝ່າຍຈະມີການແລກປ່ຽນຮອບດ້ານກ່ຽວກັບການເຄື່ອນໄຫວນິຕິບັນຍັດ, ປະຕິບັດໜ້າທີ່ຕິດຕາມກວດກາຂອງບັນດາອົງການສະພາແຫ່ງຊາດ ແລະການປັບປຸງການຮ່ວມມືຕົວຈິງລະຫວ່າງ 2 ປະເທດໃຫ້ສອດຄ່ອງກັບເງື່ອນໄຂພູມສາດການເມືອງໃນປະຈຸບັນ.
    |
 |
ທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລັດເຊຍ Gennady Bezdetko ໃນເດືອນສິງຫາ 2024. ພາບ: vov.vn |
ທ່ານເອກອັກຄະລັດຖະທູດມີຄວາມຄາດຫວັງແນວໃດຕໍ່ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ທັງສອງຝ່າຍ ແລະຫຼາຍຝ່າຍ?
ພວກຂ້າພະເຈົ້າຖືເປັນສຳຄັນການສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນໃນບັນດາອົງການຫຼາຍຝ່າຍລະຫວ່າງສອງສະພາແຫ່ງຊາດ, ໃນນັ້ນມີສະຫະພັນລັດຖະສະພາໂລກ (IPU), ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF), ກອງປະຊຸມປະທານລັດຖະສະພາອາຊີ-ເອີລົບ ແລະສະມັດຊາໃຫຍ່ລັດຖະສະພາອາຊຽນ (AIPA). ການຮ່ວມມືລະຫວ່າງສອງສະພາແຫ່ງຊາດສອງປະເທດບົນອີງໃສ່ຄວາມຄ້າຍຄືກັນໃນການເຂົ້າ ເຖິງບັນດາບັນຫາຍຸກສະໄໝ.
ຫວ່າງມໍ່ໆນີ້, ທ່ານຮອງປະທານ ດູມາ ແຫ່ງຊາດ Sh.V. Kara-ool ແລະທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝີນ ໄດ້ມີການພົບປະຢູ່ນອກກອງປະຊຸມ AIPA ຄັ້ງທີ 46 ຢູ່ Kuala Lumpur (ມາເລເຊຍ). 2 ຝ່າຍໄດ້ປຶກສາຫາລືກ່ຽວກັບແງ່ຫວັງການຮ່ວມມືໂດຍຜ່ານບັນດາຄະນະກໍາມາທິການລັດຖະສະພາ ແລະກຸ່ມມິດຕະພາບ, ກໍ່ຄືບັນດາບາດກ້າວລະອຽດເພື່ອການຮ່ວມມືໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ ແລະການສຶກສາ.
ພວກຂ້າພະເຈົ້າປາດຖະໜາວ່າຈະສືບຕໍ່ຮັກສາການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດຢ່າງແໜ້ນແຟ້ນ, ປະກອບສ່ວນຊຸກຍູ້ການ ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນລະດັບສູງສຸດ, ກໍ່ຄືປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລັດເຊຍ - ຫວຽດນາມ, ເພື່ອຄວາມວັດທະນາຖາວອນຂອງສອງປະເທດ ແລະປະຊາຊົນ, ເພື່ອສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນກໍ່ຄືໃນໂລກ.
ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ໄຊນີດາ