ຫວຽດນາມ ແລະສະຫະພັນລັດເຊຍ ຊຸກຍູ້ການຮ່ວມມືໃນທຸກຂົງເຂດ
ກປ.ອອນໄລ - ສອງຝ່າຍສະແດງພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ...
ໂດຍໄດ້ຮັບຄຳເຊີນຂອງທ່ານ ເຈີ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ, ທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະພາແຫ່ງຊາດລັດເຊຍ ນຳໜ້າຄະນະຜູ້ແທນຂັ້ນສູງລັດເຊຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະດູມາແຫ່ງຊາດ ສະພາແຫ່ງຊາດລັດເຊຍ ແຕ່ວັນທີ 28 - 29 ກັນຍາ. ຕອນບ່າຍວັນທີ 28 ກັນຍາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ເຈີ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ດໍາເນີນການພົບປະເຈລະຈາ.
    |
 |
ບັນຍາກາດທີ່ການພົບປະເຈລະຈາ. ພາບ: vov.vn |
ທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝີນ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ. ທ່ານ ເຈີ່ນ ແທັງເໝີນ ສະເໜີໃຫ້ ດູມາແຫ່ງຊາດລັດເຊຍ ເພີ່ມທະວີການຮ່ວມມື ແລະສົມທົບກັບສະພາແຫ່ງຊາດຫວຽດນາມ; ສະໜັບສະໜູນ ແລະໜູນຊ່ວຍບັນດາອົງການ, ອົງການຈັດຕັ້ງຂອງສອງປະເທດ ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບໍາລຸງສ້າງ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ.
ສອງຝ່າຍສະແດງພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ໃນນັ້ນມີການຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພັນເສດຖະກິດອາຊີ-ເອີລົບ ຢ່າງມີປະສິດທິຜົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບເຮັດໃຫ້ການຮ່ວມມືໃນຂົງເຂດມະນຸດສະທຳ, ການສຶກສາ ແລະບຳລຸງສ້າງເລິກເຊິ່ງຂື້ນຕື່ມ.
    |
 |
ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະດູມາແຫ່ງຊາດ, ສະພາແຫ່ງຊາດສະຫະພັນລັດເຊຍ. ພາບ: vov.vn |
ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະດູມາແຫ່ງຊາດ, ສະພາແຫ່ງຊາດສະຫະພັນລັດເຊຍ. ກອງປະຊຸມ ໂດຍການເປັນປະທານຮ່ວມຂອງທ່ານ ເຈີ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Vyacheslav Volodin ປະທານດູມາແຫ່ງຊາດສະພາແຫ່ງຊາດສະຫະພັນລັດເຊຍ.
ສອງຝ່າຍໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບໝາກຜົນຂອງກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະດູມາແຫ່ງຊາດ ສະພາແຫ່ງຊາດ ສະຫະພັນລັດເຊຍ, ຕາມນັ້ນ ກຳນົດທິດທາງຮ່ວມມືລະຫວ່າງລັດຖະສະພາລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ເໝາະສົມກັບການພົວພັນລະຫວ່າງສອງປະເທດ ແລະຄວາມຕ້ອງການຂອງທັງສອງຝ່າຍໃນສະພາບການໃໝ່. ກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະດູມາແຫ່ງຊາດ ສະພາແຫ່ງຊາດ ສະຫະພັນລັດເຊຍ ຈະຈັດຂຶ້ນຢູ່ລັດເຊຍ ໃນປີ 2026.
ຕອນຄ່ຳວັນທີ 28 ກັນຍາ, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານ Vyacheslav Volodin ປະທານດູມາແຫ່ງຊາດສະພາແຫ່ງຊາດສະຫະພັນລັດເຊຍ ໄດ້ໄປຢ້ຽມຢາມສູນເຂດຮ້ອນ ຫວຽດນາມ - ລັດເຊຍ.
ໂດຍ: ໄຊນີດາ