ປະທານດູມາແຫ່ງຊາດ ສະພາແຫ່ງຊາດສະຫະພັນລັດເຊຍ ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 28 ກັນຍາ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານ Vyacheslav Volodin ປະທານ ດູມາແຫ່ງຊາດ ສະພາແຫ່ງຊາດສະຫະພັນລັດເຊຍ ໄດ້ນຳພາຄະນະຜູ້ແທນຂັ້ນສູງສະຫະພັນລັດເຊຍ ໄປຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
ເຂົ້າຮ່ວມມີທ່ານພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.
    |
 |
ທ່ານພົນໂທ ເລກວາງມິງ ຕ້ອນຮັບທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະພາແຫ່ງຊາດສະຫະພັນລັດເຊຍ ມາຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: qdnd.vn |
ຢູ່ເຂດວາງສະແດງກາງແຈ້ງຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ມີເຂດທີ່ເປັນສັນຍາລັກແຫ່ງນໍ້າໃຈສາມັກຄີມິດຕະພາບ ແລະຕອບບຸນແທນຄຸນສາກົນ, ລວມມີ 5 ກຸ່ມຮູບປັ້ນນັກຊ່ຽວຊານການທະຫານຂອງໂຊວຽດ, ກູບາ, ຈີນ; ບັນດານັກຮົບສາກົນລາວ ແລະກໍາປູເຈຍ.
ນີ້ແມ່ນໂຄງການທີ່ມີຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ ແລະການເມືອງອັນເລິກເຊິ່ງ, ເປັນສັນຍາລັກອັນລ້ຳຄ່າແຫ່ງຈິດໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ, ຄວາມຈົ່ງຮັກພັກດີ ແລະຄວາມຮັກແພງ; ພ້ອມທັງແມ່ນການພິສູດໃຫ້ເຫັນການເສຍສະຫຼະ, ອຸທິດສ່ວນອັນໃຫຍ່ຫຼວງຂອງເພື່ອນມິດສາກົນໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະປົກປັກຮັກສາປະເທດຊາດຫວຽດນາມ.
    |
 |
ເຂດທີ່ເປັນສັນຍາລັກແຫ່ງນໍ້າໃຈສາມັກຄີມິດຕະພາບ ແລະຕອບບຸນແທນຄຸນສາກົນຢູ່ເຂດວາງສະແດງກາງແຈ້ງຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: qdnd.vn |
    |
 |
ກຸ່ມຮູບປັ້ນຕອບບຸນແທນຄຸນນັກຊ່ຽວຊານການທະຫານໂຊວຽດ ຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: qdnd.vn |
ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ທ່ານ Vyacheslav Volodin ແລະຄະນະຜູ້ແທນລັດເຊຍ ໄດ້ຮັບຟັງການອະທິບາຍກ່ຽວກັບບັນດາໄລຍະປະຫວັດສາດໃນວິວັດການສູ້ຮົບເພື່ອຍາດເອົາເອກະລາດແຫ່ງຊາດ, ປົກປັກຮັກສາ ແລະສ້າງສາປະເທດຊາດຂອງປະຊາຊົນຫວຽດນາມ, ກໍ່ຄືການສະໜັບສະໜູນອັນໃຫຍ່ຫຼວງຂອງເພື່ອນມິດສາກົນໃນບັນດາໄລຍະປະຫວັດສາດ.
ພິເສດ, ໃນຕະຫຼອດ 30 ປີແຫ່ງການສົງຄາມປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ (1945-1975), ໂຊວຽດ ໄດ້ໃຫ້ການຊ່ວຍເຫຼືອຢ່າງມີປະສິດທິຜົນ ແລະທັນການທາງດ້ານວັດຖຸ, ຈິດໃຈ, ອາວຸດຍຸດໂທປະກອນ; ໄດ້ສົ່ງນັກຊ່ຽວຊານການທະຫານໄປຊ່ວຍຫວຽດນາມ ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ທີ່ຮຸກຮານຢ່າງສຳເລັດຜົນ. ນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງຫວຽດນາມ ແລະໂຊວຽດ ແມ່ນປັດໃຈສຳຄັນປະກອບສ່ວນປັບປຸງສັນຕິພາບ ແລະພັດທະນາຢ່າງໝັ້ນຄົງຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ແລະທ່ານພົນໂທ ເລກວາງມິງ ພ້ອມດ້ວຍຄະນະ ຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພາບ: qdnd.vn |
    |
 |
ຄະນະຜູ້ແທນ ຢ້ຽມຊົມວັດຖຸພັນແຫ່ງຊາດ - ເຮືອບິນສູ້ຮົບ MiG-21. ພາບ: qdnd.vn |
    |
 |
ຄະນະຜູ້ແທນຂອງສອງປະເທດ ຢ້ຽມຊົມ ວັດຖຸພັນແຫ່ງຊາດ - ລົດຕັງ T54B ໝາຍເລກ 843 ໂດຍ ໂຊວຽດ ຜະລິດ. ພາບ: qdnd.vn |
ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມຫວຽດນາມ, ຄະນະຜູ້ແທນລັດເຊຍ ນຳໜ້າໂດຍທ່ານ Nikolai Platonovich Patrushev ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລສະຫະພັນລັດເຊຍ, ທ່ານ Vladimir Vladimirovich Yakushev ຮອງປະທານຜູ້ທີໜຶ່ງສະພາສະຫະພັນລັດເຊຍ ແລະທ່ານ Alexander Vasilyevich Fomin ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ກໍ່ໄດ້ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
ໂດຍ: ໄຊນີດາ