ພັດທະນາການພົວພັນສອງຝ່າຍສົມກັບທີ່ຕັ້ງ
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ສົມກັບທີ່ຕັ້ງຂອງສອງປະເທດໃນນະໂຍບາຍການພົວພັນຕ່າງປະເທດຂອງກັນ ແລະຄວາມເຊື່ອໝັ້ນ, ປະຫວັດສາດແຫ່ງການພົວພັນອັນດີງາມທີ່ສຸດລະຫວ່າງສອງປະເທດ, ສອດຄ່ອງກັບຜົນປະໂຫຍດ ແລະຄວາມປາດຖະໜາຂອງການນຳ ແລະປະຊາຊົນສອງປະເທດ. ພ້ອມທັງສະເໜີ ດູມາແຫ່ງຊາດ ສະພາແຫ່ງຊາດສະຫະພັນລັດເຊຍ ຮັກສາການສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ໃນການເພີ່ມທະວີການຮ່ວມມືຜ່ານຊ່ອງທາງລັດຖະສະພາ, ຂອບໃຈດູມາແຫ່ງຊາດລັດເຊຍ ທີ່ໃຫ້ສັດຕະຍາບັນຂໍ້ຕົກລົງການຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດຢ່າງວ່ອງໄວ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະພາແຫ່ງຊາດ ສະຫະພັນລັດເຊຍ. ພາບ: qdnd.vn |
ສ່ວນ Vyacheslav Volodin ໃຫ້ຮູ້ວ່າ ຄະນະຜູ້ແທນທີ່ມາຢ້ຽມຢາມຫວຽດນາມ ໃນຄັ້ງນີ້ ມີຜູ້ຕາງໜ້າບັນດາພັກພວກໃນດູມາແຫ່ງຊາດ, ແຕ່ລະພັກມີໂຄງການດຳເນີນງານ, ທັດສະນະທາງດ້ານການເມືອງທີ່ແຕກຕ່າງກັນ, ແຕ່ທັງໝົດລ້ວນແຕ່ເຫັນດີເປັນເອກະພາບສູງໃນການສະໜັບສະໜູນການພັດທະນາຮອບດ້ານກັບຫວຽດນາມ ໃນທຸກຂົງເຂດ, ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສັດຊື່ບໍລິສຸດຂອງສະຫະພັນລັດເຊຍ ແລະພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນສອງຝ່າຍ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານ Vyacheslav Volodin ແຈ້ງໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ ຮັບຊາບກ່ຽວກັບໝາກຜົນຕົ້ນຕໍຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະດູມາແຫ່ງຊາດ; ແບ່ງປັນຂໍ້ສັງເກດ, ຕີລາຄາຂອງດູມາ ແຫ່ງຊາດກ່ຽວກັບແງ່ຫວັງການຮ່ວມມືສອງຝ່າຍ ແລະຈະມານະພະຍາຍາມສ້າງຂອບນິຕິກໍາທີ່ສະດວກເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ໃນຫຼາຍຂົງເຂດຢ່າງແທດຈິງ ແລະມີປະສິດທິຜົນກວ່າອີກ, ຄື: ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ-ນ້ຳມັນອາຍແກັສ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ...
ຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 29 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະພາແຫ່ງຊາດ ສະຫະພັນລັດເຊຍ.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກືອງ ສະເໜີ ດູມາແຫ່ງຊາດ, ລັດຖະບານລັດເຊຍ ສືບຕໍ່ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ທຳມາຫາກິນ, ດຳລົງຊີວິດສະດວກ, ປະກອບສ່ວນເຂົ້າໃນການພັດທະນາຂອງສະຫະພັນລັດເຊຍ ແລະການພົວພັນສອງຝ່າຍ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະພາແຫ່ງຊາດ ສະຫະພັນລັດເຊຍ. ພາບ: qdnd.vn |
ທ່ານ ເລືອງເກື່ອງ ສະເໜີທ່ານປະທານດູມາແຫ່ງຊາດ ພ້ອມກັບສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ, ພິເສດແມ່ນລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Vladimir Putin (ເດືອນພຶດສະພາ 2025) ແລະລະຫວ່າງທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານາທິບໍດີ Vladimir Putin ໃນວັນທີ 3 ກັນຍາ ທີ່ຜ່ານມາ, ກໍ່ຄືຊຸກຍູ້, ສ້າງຂອບນິຕິກໍາທີ່ສະດວກແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ນຳການພົວພັນລະຫວ່າງຫວຽດນາມ-ສະຫະພັນລັດເຊຍ ໃຫ້ຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະພາແຫ່ງຊາດ ສະຫະພັນລັດເຊຍ. ພາບ: qdnd.vn |
ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະທ້ອງຖິ່ນ; ຊຸກຍູ້ການຜັນຂະຫຍາຍມາດຕະການ, ໂຄງການຮ່ວມມືລະອຽດໃນທຸກຂົງເຂດ; ພ້ອມທັງເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ວັດທະນະທໍາ, ກິລາ, ການທ່ອງທ່ຽວ ແລະເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມຂອງທັງສອງຝ່າຍ, ຫວຽດນາມ ແລະສະຫະພັນລັດເຊຍ ຈະຊອກຫາບັນດາກົນໄກ, ວິທີການແກ້ໄຂຢ່າງມີປະສິດທິຜົນເພື່ອແກ້ໄຂສິ່ງກີດຂວາງ, ຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ການພົວພັນສອງຝ່າຍພັດທະນາຢ່າງແຂງແຮງ.
ທ່ານ ເລືອງເກື່ອງ ແລະທ່ານ Vyacheslav Volodin ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຫຼັກໝັ້ນ ແລະການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ປະກອບສ່ວນຮັບປະກັນສັນຕິພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ມານະພະຍາຍາມນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ໂດລາສະຫະລັດ
ຕອນເຊົ້າວັນດຽວກັນ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະພາແຫ່ງຊາດສະຫະພັນລັດເຊຍ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີດູມາແຫ່ງຊາດ ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກກ່ຽວກັບຂອບນິຕິກໍາເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ; ໜູນຊ່ວຍການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແນໃສ່ບັນລຸເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນ 15 ຕື້ໂດລາສະຫະລັດ, ໝູນໃຊ້ສັນຍາການຄ້າເສລີ ຫວຽດນາມ-ສະຫະພັນເສດຖະກິດອາຊີ-ເອີລົບ ຢ່າງມີປະສິດທິຜົນ, ສົ່ງເສີມວິສາຫະກິດສອງປະເທດ ລົງທຶນເຂົ້າຕະຫຼາດຂອງກັນ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ສ່ວນທ່ານ Vyacheslav Volodin ຢືນຢັນວ່າ, ສະຫະພັນລັດເຊຍ ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດສຳຄັນແຖວໜ້າຂອງສະຫະພັນລັດເຊຍ ຢູ່ພາກພື້ນອາຊີ-ປາຊີຟິກ ແລະຢູ່ອາຊີຕາເວັນອອກສ່ຽງໃຕ້. ສະພາແຫ່ງຊາດລັດເຊຍ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ໃນການກໍ່ສ້າງ ແລະສ້າງຂອບນິຕິກໍາໃຫ້ສົມບູນແບບໃຫ້ການຮ່ວມມືສອງຝ່າຍ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ເລິກເຊິ່ງກວ່າອີກ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ສະພາແຫ່ງຊາດສະຫະພັນລັດເຊຍ. ພາບ: qdnd.vn |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານປະທານດູມາແຫ່ງຊາດ Vyacheslav Volodin ກໍ່ເຫັນດີເປັນເອກະພາບເຮັດໃຫ້ການຮ່ວມມືໃນຂົງເຂດມະນຸດສະທຳ, ການສຶກສາ-ບໍາລຸງສ້າງ, ສາທາລະນະສຸກ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຢູ່ຫວຽດນາມ ເລິກເຊິ່ງກວ່າອີກ; ຍູ້ໄວການເຈລະຈາສັນຍາສອງຝ່າຍວ່າດ້ວຍການຍົກເວັ້ນວີຊາ, ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືທ້ອງຖິ່ນ, ການທ່ອງທ່ຽວ ແລະແຮງງານ...
* ຕອນບ່າຍວັນທີ 29 ກັນຍາ, ທ່ານປະທານດູມາແຫ່ງຊາດ Vyacheslav Volodin ແລະຄະນະຜູ້ແທນຂັ້ນສູງສະຫະພັນລັດເຊຍ ໄດ້ອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 4 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະດູມາແຫ່ງຊາດ ສະພາແຫ່ງຊາດສະຫະພັນລັດເຊຍ ຢ່າງຈົບງາມ.
ໂດຍ: ເຈິ່ນຮວ່ຽນ