ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຄວາມຄືບໜ້າໃນການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ, ດ້ວຍໝາກຜົນຕັ້ງໜ້າຫຼາຍຢ່າງ, ພິເສດແມ່ນໃນສະພາບການທີ່ສອງປະເທດ ພວມມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 2 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ. ພາບ: qdnd.vn |
ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ເປັນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ, ປາດຖະໜາຢາກພ້ອມກັບອາເມລິກາ ສືບຕໍ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຕາມທິດນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ, ເພີ່ມທະວີເນື້ອໃນຍຸດທະສາດໃນບັນດາຂົງເຂດຮ່ວມມື, ບົນພື້ນຖານບັນດາຫຼັກການພື້ນຖານກ່ຽວກັບການເຄົາລົບເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງຂອງກັນ, ສອດຄ່ອງກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຂອງຫວຽດນາມ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ. ພາບ: qdnd.vn |
ຮັບຮູ້ການພົວພັນສອງປະເທດ ພັດທະນາຢ່າງຕັ້ງໜ້າ, ແທດຈິງນັບທັງສອງຝ່າຍ, ພາກພື້ນ ແລະສາກົນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໄດ້ພິສູດໃຫ້ເຫັນວ່າ ບັນດາປະເທດສາມາດຜ່ານຜ່າອະດີດເພື່ອສ້າງອະນາຄົດແຫ່ງການຮ່ວມມື ແລະມິດຕະພາບອັນດີງາມ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນແລະກັນ ແລະແບ່ງປັນຜົນປະໂຫຍດລວມ. ເນັ້ນໜັກວ່າ ປີ 2025 ແມ່ນປີທີ່ມີຄວາມໝາຍສໍາຄັນ, ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍປະຕິບັດໂຄງການດໍາເນີນງານຢ່າງມີປະສິດທິຜົນ, ຊຸກຍູ້ການຢ້ຽມຢາມເຊິ່ງກັນ ແລະກັນໃນທຸກລະດັບ, ພ້ອມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ຢືນຢັນວ່າ ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ ແມ່ນບາດກ້າວບຸກທະລຸສຳຄັນແຖວໜ້າ ເພື່ອບັນລຸໄດ້ເປົ້າໝາຍຍຸດທະສາດ ກ່ຽວກັບການເຕີບໂຕ, ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດປາຍແຫຼມ ແລະບຸລິມະສິດສູງ ຄື: ວິທະຍາສາດ, ເຕັກໂນໂລຊີ, ອຸດສາຫະກຳ semiconductor, ອຸດສາຫະກຳພະລັງງານ, ການຫັນເປັນດີຈີຕອນ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ຫວຽດນາມ ຊື້ສິນຄ້າເຕັກໂນໂລຢີສູງ ແລະຊຸກຍູ້ການຖ່າຍທອດເຕັກໂນໂລຊີກ້າວໜ້າຂອງອາເມລິກາ.
ສ່ວນທ່ານ Marc E. Knapper ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊີ້ນຳຢ່າງໃກ້ຊິດຂອງການນຳພັກ ແລະລັດຫວຽດນາມ ແລະຕີລາຄາສູງມາດຕະການທີ່ແທດຈິງຂອງຫວຽດນາມ ໃນການຊຸກຍູ້ການພົວພັນດ້ານການຄ້າຢ່າງກົມກຽວ ແລະຍືນຍົງລະຫວ່າງຫວຽດນາມ ແລະອາເມລິກາ. ທ່ານ Marc E. Knapper ຢືນຢັນວ່າ ບັນດາວິສາຫະກິດ ແລະຄູ່ຮ່ວມມືອາເມລິກາ ຖືເປັນສໍາຄັນການຮ່ວມມືດ້ານເສດຖະກິດ - ການລົງທຶນ - ການຄ້າ ກັບຫວຽດນາມ, ໃນນັ້ນ ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນໃນຕ່ອງໂສ້ການສະໜອງທົ່ວໂລກ, ຕະຫຼາດຫວຽດນາມ ພວມເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ຜະລິດຕະພັນ ແລະການບໍລິການຂອງອາເມລິກາ.
ທ່ານເອກອັກຄະລັດຖະທູດ ຢືນຢັນຈະມານະພະຍາຍາມໃນບົດບາດຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຂອງອາເມລິກາ ສົມທົບກັບຫວຽດນາມ ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ການນຳຂັ້ນສູງສອງປະເທດ ໄດ້ລົງນາມຢ່າງມີປະສິດທິຜົນ, ຜັນຂະຫຍາຍປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນບັນດາເສົາຄໍ້າ ທີ່ໄດ້ວາງອອກ.
ໂດຍ: ໄຊຊະນະ