ກະກຽມກໍາລັງ ແລະຍານພາຫະນະ
ຕໍ່ໜ້າການຜັນແປຢ່າງສັບສົນຂອງພາຍຸລູກທີ 10 ທີ່ຄາດວ່າ ຈະພັດເຂົ້າຝັ່ງໃນຂະນະທີ່ນ້ຳຂຶ້ນສູງ ແລະເຮັດໃຫ້ຝົນຕົກໜັກບັນລຸສະຖິຕິ, ຕອນບ່າຍວັນທີ 28 ກັນຍາ, ຢູ່ທີ່ກອງບັນຊາການທະຫານແຂວງແທງຮວ໋າ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ, ຫົວໜ້າກອງບັນຊາການດ່ານໜ້າຮັບມືກັບພາຍຸລູກທີ 10 ໄດ້ເປັນປະທານກອງປະຊຸມທາງອອນລາຍ ເພື່ອຊີ້ນໍາວຽກງານຮັບມື.
    |
 |
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ລົງກວດກາວຽກງານຮັບມືກັບພາຍຸ ລູກທີ 10 ຢູ່ແຂວງເງະອານ. ພາບ: qdnd.vn |
ທີ່ກອງປະຊຸມ, ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ສະເພາະທະຫານເຂດ 4 ໄດ້ລະດົມພະນັກງານ, ນັກຮົບເກືອບ 10.000 ຄົນເຂົ້າຮ່ວມການຮັບມື, ພ້ອມກັບການຜັນຂະຫຍາຍພະນັກງານ, ນັກຮົບປະມານ 2.000 ຄົນລົງໄປຈຸດທີ່ສຳຄັນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍການເປັນເຈົ້າການຂອງບັນດາກົມກອງໃນກອງທັບ, ພົ້ນເດັ່ນແມ່ນແຂວງແທງຮວ໋າ ໃນການຈັດຕັ້ງກໍາລັງເຄື່ອນທີ່ລົງໄປເຂດທີ່ມີຄວາມສ່ຽງອາດຈະເກີດເຫດລ່ວງໜ້າ ເພື່ອບໍ່ໃຫ້ຕົກຢູ່ໃນທ່າຮັບ.
ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ຕ້ອງຮັກສາກຳລັງ, ພາຫະນະເພື່ອຮັບປະກັນການຮັບມືໃຫ້ມີປະສິດທິຜົນທີ່ສຸດ, ຫຼຸດຜ່ອນຄວາມເສຍຫາຍຕໍ່ຊັບສິນ ແລະຊີວິດຂອງປະຊາຊົນ, ພິເສດແມ່ນໃນໄລຍະທີ່ພາຍຸເຄື່ອນໄຫວເປັນເວລາຍາວນານ ແລະພັດເຂົ້າຝັ່ງໃນຕອນກາງຄືນ. ພາຍຫຼັງກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ລົງໄປກວດກາວຽກງານຮັບມືກັບພາຍຸຢູ່ແຂວງເງະອານ ແລະແຂວງຮ່າຕິ້ງ.
    |
 |
ທ່ານພົນໂທ ຮວິ່ງຈ໊ຽນຖັ໋ງ ແລະຄະນະປະຕິບັດງານ ລົງກວດກາວຽກງານຮັບມືກັບພາຍຸ ຢູ່ທ່າເຮືອ ເກືອລໍ (ເງະອານ). ພາບ: qdnd.vn |
ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍ ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ໄດ້ລົງໄປກວດກາວຽກງານປ້ອງກັນ, ຕ້ານພາຍຸລູກທີ 10 ຢູ່ຕາມທ້ອງຖິ່ນຕ່າງໆຂອງແຂວງ ເງະອານ ແລະ ຮ່າຕິ້ງ.
ຢູ່ຕາມສະຖານທີ່ລົງກວດກາ, ທ່ານຮອງຫົວໜ້າກົມໃຫຍ່ເສນາທິການ ໄດ້ຕີລາຄາສູງບັນດາອົງການ, ກົມກອງຂອງທະຫານເຂດ 4 ແລະບັນດາທ້ອງຖິ່ນໄດ້ເປັນເຈົ້າການຜັນຂະຫຍາຍມາດຕະການຮັບມືຢ່າງຄົບຊຸດ, ຂ້ຽວຂາດ, ໃກ້ຊິດຕິດແທດກັບທິດນໍາ “4 ຢູ່ກັບທີ່”, ພິເສດແມ່ນໄດ້ກະກຽມກໍາລັງ ແລະພາຫະນະຢູ່ບໍລິເວນທີ່ສໍາຄັນ, ກຽມພ້ອມຮັບມືກັບສະຖານະການຢ່າງທັນການ; ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ກົມກອງຕ່າງໆ ຮັກສາກຳລັງ, ພາຫະນະ, ພື້ນຖານວັດຖຸ, ສະບຽງອາຫານ, ທັນຍາຫານ, ກຽມພ້ອມຮັບມື, ເດັດຂາດບໍ່ໃຫ້ປະໝາດ, ລະເລີຍເພື່ອຫຼຸດຜ່ອນຄວາມເສຍຫາຍ ຕໍ່ຊີວິດ ແລະຊັບສິນຂອງປະຊາຊົນໃຫ້ໜ້ອຍທີ່ສຸດ.
ຜັນຂະຫຍາຍມາດຕະການໃຫ້ດີທີ່ສຸດ
ເພື່ອຮັບມືກັບພາຍຸລູກທີ 10, ແຂວງເງະອານ ໄດ້ຂຶ້ນແຜນຍົກຍ້າຍ 2.030 ຄອບຄົວ/6.379 ຄົນ ຈາກບ່ອນທີ່ມີຄວາມສ່ຽງໄປເຖິງບ່ອນປອດໄພ. ມາຮອດຕອນທ່ຽງວັນທີ 28 ກັນຍາ, ໃນບໍລິເວນແຂວງ ໄດ້ຈັດຕັ້ງການຍົກຍ້າຍປະຊາຊົນ 389 ຄອບຄົວ/891 ຄົນ. ກໍາລັງທະຫານ, ຕໍາຫຼວດ ພ້ອມກັບກໍາລັງຕ່າງໆ ໃນບໍລິເວນ ໄດ້ສົມທົບກັບອໍານາດການປົກຄອງຂັ້ນຕາແສງ ເພື່ອຊ່ວຍຍົກຍ້າຍປະຊາຊົນ ແລະຊັບສິນໄປຢູ່ບ່ອນປອດໄພ, ຫຼຸດຜ່ອນຄວາມເສຍຫາຍໃຫ້ຢູ່ໃນລະດັບຕໍ່າທີ່ສຸດ.
ແຂວງ ຮ່າຕິ້ງ ກໍຂຶ້ນແຜນຍົກຍ້າຍ 6.556 ຄອບຄົວ, ມີ 15.706 ຄົນອອກ ຈາກບ່ອນທີ່ມີຄວາມສ່ຽງ. ຢູ່ຕາແສງດານຫາຍ, ວຽກງານຍົກຍ້າຍປະຊາຊົນພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຈາກກໍາລັງທີ່ກ່ຽວຂ້ອງ.
ໃນວັນດຽວກັນ, ກອງບັນຊາການທະຫານຕາແສງຝຸກແຈກ, ແຂວງຮ່າຕິ້ງ ໄດ້ລະດົມກໍາລັງທະຫານລາດ ສົມທົບກັບໜ່ວຍປະຕິບັດງານບ້ານຣ່າວແຈ ແລະຄ້າຍທະຫານຊາຍແດນ ບ້ານຢ່າງ (ທະຫານຊາຍແດນແຂວງຮ່າຕິ້ງ) ລະດົມ, ຈັດຕັ້ງການຍົກຍ້າຍ 9 ຄອບຄົວ (28 ຄົນ) ເຊິ່ງແມ່ນຊາວເຜົ່າ ຈຶດ ຢູ່ບ້ານຣ່າວແຈ ໄປເຖິງບ່ອນປອດໄພ; ພ້ອມທັງຂົນຂວາຍ 15 ຄອບຄົວຢູ່ບ້ານ ເຕິນເຢືອ ໃຫ້ຍົກຍ້າຍອອກຈາກເຂດອັນຕະລາຍ.
    |
 |
ທະຫານຊາຍແດນແຂວງກວ໋າງຈີ້ ແລະບັນດາກໍາລັງທີ່ກ່ຽວຂ້ອງ ຜັນຂະຫຍາຍວຽກງານກູ້ຊີບກູ້ໄພ. ພາບ: qdnd.vn |
ໃນເວລາປະມານ 5 ໂມງ 45 ນາທີຂອງວັນທີ 28 ກັນຍາ, ໃນຂະນະ ທີ່ເຂົ້າໄປຄອງນ້ຳ ເກື້ອຫວຽດ (ຕາແສງເກື້ອຫວຽດ, ແຂວງກວ໋າງຈີ) ເພື່ອຫຼີກລ້ຽງພາຍຸ, ເຮືອຫາປາ 2 ລໍາ, ລວມມີ BV 4670 TS ແລະ BV 0042 TS ໄດ້ປະສົບໄພ ໃນຂະນະທີ່ຢູ່ຫ່າງຈາກຝັ່ງປະມານ 1,5 ກິໂລແມັດ, ໃນນັ້ນ ລໍາໜຶ່ງໄດ້ຈົມນໍ້າ; ອີກລໍາໜຶ່ງແມ່ນເຄື່ອງຈັກບໍ່ທຳງານ, ຂອບເຮືອຖືກຄື້ນນ້ຳທໍາລາຍ. ໃນເວລາປະສົບໄພ, ຢູ່ໃນເຮືອທັງສອງລຳນັ້ນ ມີລູກເຮືອ 11 ຄົນ. ພາຍຫຼັງໄດ້ຮັບຂໍ້ມູນ, ການນຳແຂວງແຂວງກວາງຈີ້ ໄດ້ຊີ້ນຳບັນດາກຳລັງປະກອບອາວຸດ ລະດົມກຳລັງ ແລະພາຫະນະ ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະຊາວປະມົງ ໃຫ້ຮີບຮ້ອນເຂົ້າໄປຍັງ ສະຖານທີ່ເກີດເຫດ ແລະຊ່ວຍເຫຼືອຜູ້ປະສົບໄພ.
ສະຫາຍ ເລຫງອກກວາງ, ກໍາມະການສູນກາງພັກ, ເລຂາພັກແຂວງກວາງຈີ້ ແລະພັນເອກ ໂງນາມເກື່ອງ, ຮອງຜູ້ບັນຊາການທະຫານເຂດ 4 ໄດ້ລົງຊີ້ນໍາບັນດາກໍາລັງສົມທົບກັບວຽກງານກູ້ຊີບ, ຢ້ຽມຢາມຖາມຂ່າວ ແລະໃຫ້ກໍາລັງໃຈຜູ້ປະສົບໄພ. ມາຮອດເວລາ 12 ໂມງ 30 ນາທີຂອງວັນດຽວກັນ, ບັນດາກໍາລັງ ໄດ້ປະສານສົມທົບຊ່ວຍເຫຼືອລູກເຮືອໄດ້ 9 ຄົນ ແລະນຳຂຶ້ນຝັ່ງເພື່ອກວດສຸຂະພາບ, ພ້ອມທັງສືບຕໍ່ຜັນຂະຫຍາຍການຄົ້ນຫາ, ຊ່ວຍເຫຼືອຜູ້ປະສົບໄພ 2 ຄົນທີ່ຍັງເຫຼືອ ໃນທ່າມກາງຝົນຕົກໜັກ, ລົມແຮງ ແລະ ຄື້ນຟອງສູງ...
ໂດຍ: ໄຊຊະນະ