ທີ່ການໂອ້ລົມທາງໂທລະສັບ, ທ່ານ ຟ້າມມິງຈິ໊ງ ໄດ້ຕີລາຄາສູງບົດບາດ ແລະທີ່ຕັ້ງຂອງເຢຍລະມັນ ໃນສະຫະພາບເອີຣົບ ແລະໃນເວທີສາກົນ; ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ, ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ເຢຍລະມັນ ເປັນຄູ່ຮ່ວມມືແຖວໜ້າດ້ານການຄ້າ, ການລົງທຶນ; ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ໃນທຸກຂົງເຂດ.

ສອງນາຍົກລັດຖະມົນຕີ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ-ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ການຫັນປ່ຽນພະລັງງານ, ການສຶກສາ - ບໍາລຸງສ້າງ ແລະແຮງງານ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໂອ້ລົມທາງໂທລະສັບກັບທ່ານ Friedrich Merz ນາຍົກລັດຖະມົນຕີເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບຈະຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບສູງກວ່າໂດຍໄວ, ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືທີ່ມີຢູ່ແລ້ວ, ຊຸກຍູ້ການສ້າງຕັ້ງຄະນະປະຕິບັດງານຮ່ວມໃນຂົງເຂດເສດຖະກິດ, ການເມືອງ ແລະແຮງງານ. ສອງນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການເງິນສີຂຽວ, ພະລັງງານທົດແທນ, ການຫັນປ່ຽນດີຈີຕອນ ແລະການພັດທະນາແບບຍືນຍົງ, ເສດຖະກິດດີຈີຕອນ...

ສອງນາຍົກລັດຖະມົນຕີ ຍັງເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດການພົວພັນ ອາຊຽນ - ອີຢູ ກໍ່ຄືໃນບັນດາເວທີປາໄສສາກົນ ແລະພາກພື້ນ.

ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນຫຼັກໝັ້ນສະໜັບສະໜູນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ; ເນັ້ນໜັກເຖິງບົດບາດຂອງການຮ່ວມມືສາກົນ ແລະການຮ່ວມສໍາພັນໃນພາກພື້ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງ.

ໂດຍ: ຈາງຫງວຽນ