ທີ່ການຕ້ອນຮັບ, ທ່ານ ເລຮ່ວາຍຈູງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ເປັນຄູ່ຮ່ວມມືມີຄວາມສໍາຄັນຍຸດທະສາດ, ຕີລາຄາສູງຄວາມກ້າວໜ້າທີ່ແທດຈິງໃນການພົວພັນສອງຝ່າຍນັບແຕ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023.

ສອງຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ. ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ສືບຕໍ່ພັດທະນາຢ່າງໝັ້ນຄົງ; ສອງຝ່າຍຮັກສາການສົນທະນາກ່ຽວກັບບັນຫາພາສີຕອບໂຕ້ຢ່າງເປັນປະຈຳ. ການພົວພັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມມີຄວາມກ້າວໜ້າຫຼາຍຢ່າງ.

leftcenterrightdel
ທ່ານ ເລຮ່ວາຍຈູງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເລຮ່ວາຍຈູງ ໄດ້ຮັບຮູ້ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະຖານທູດອາເມລິກາ ປະຈຳ ຫວຽດນາມ ກັບກະຊວງການຕ່າງປະເທດຫວຽດນາມ, ກໍຄືບົດບາດຂອງທ່ານເອກອັກຄະລັດຖະທູດ Knapper ໃນການຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ ເຂົ້າສູ່ລວງເລິກ, ຕອບສະໜອງຜົນປະໂຫຍດແທດຈິງຂອງປະຊາຊົນສອງປະເທດ; ສະເໜີໃຫ້ສອງຝ່າຍສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍໂຄງການດໍາເນີນງານທີ່ການນຳຂັ້ນສູງ ແລະທຸກຂັ້ນເຮັດວຽກຂອງສອງປະເທດ ໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ Marc Knapper ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນສອງປະເທດສືບຕໍ່ພັດທະນາຢ່າງແຂງແຮງໃນສະພາບການ ທີ່ສອງປະເທດສະເຫຼີມສະຫຼອງການສ້າງຕັ້ງພົວພັນທາງການທູດ ຄົບຮອບ 30 ປີ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງໝາກຜົນການແລກປ່ຽນລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ ກັບທ່ານ Donald Trump ປະທານາທິບໍດີອາເມລິກາ; ຂອບໃຈລັດຖະບານ ແລະບັນດາກະຊວງ, ຂະແໜງການຂອງຫວຽດນາມ ທີ່ໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືສອງຝ່າຍ, ໃຫ້ຄຳໝັ້ນສັນຍາບັນດາຂໍ້ຕົກລົງການຄ້າສາກົນຢ່າງຄົບຖ້ວນ ແລະໃຫ້ບຸລິມະສິດສ້າງສະພາບແວດລ້ອມທີ່ສະດວກແກ່ບັນດາວິສາຫະກິດອາເມລິກາ ມາລົງທຶນຢູ່ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ອາເມລິກາ ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ມຸ່ງໄປເຖິງປະຕິບັດສໍາເລັດເປົ້າໝາຍຍຸດທະສາດກ່ຽວກັບການການເຕີບໂຕ, ພິເສດແມ່ນໃນຂົງເຂດວິທະຍາສາດ-ເຕັກໂນໂລຢີສູງ; ພ້ອມທັງສືບຕໍ່ຍູ້ແຮງການຮ່ວມມືໃນເສົາຄ້ຮ່ວມມືອື່ນອີກ, ເຊັ່ນ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການສຶກສາ, ສາທາລະນະສຸກ, ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ...

ໂດຍ: ທູຈາງ