ແບ່ງປັນຄວາມມານະພະຍາຍາມຂອງຫວຽດນາມ ໃນການປະຕິບັດການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ ແລະປັບປຸງລະບົບກົດໝາຍໃຫ້ສົມບູນແບບເພື່ອຮັບໃຊ້ເປົ້າໝາຍພັດທະນາ, ທ່ານຮອງນາຍົກລັດຖະມົນຕີ ຂອບໃຈການໜູນຊ່ວຍຂອງຍີ່ປຸ່ນ ທີ່ມີຕໍ່ກັບຫວຽດນາມ ໃນຕະຫຼອດ 30 ປີຜ່ານມາໃນຂົງເຂດຕຸລາການ; ປາດຖະໜາວ່າ ສະພາສູງຍີ່ປຸ່ນ ຈະສະໜັບສະໜູນລັດຖະບານຍີ່ປຸ່ນ ສືບຕໍ່ໜູນຊ່ວຍຫວຽດນາມ ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ເພີ່ມທະວີການຮ່ວມມື, ແບ່ງແປັນບົດຮຽນສ້າງກົດໝາຍລະຫວ່າງສອງປະເທດ ກໍ່ຄືລະຫວ່າງບັນດາອົງການຕຸລາການ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຢືນຢັນວ່າ ການຮ່ວມມືລັດຖະສະພາແມ່ນຊ່ອງທາງສໍາຄັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ.

leftcenterrightdel
ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Sekiguchi Masakazu ປະທານສະພາສູງຍີ່ປຸ່ນ. ພາບ: congluan.vn

ທ່ານ Sekiguchi ຢືນຢັນຖືຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຂອງຍີ່ປຸ່ນ ໃນການຜັນຂະຫຍາຍວິໄສທັດມະຫາສະໜຸດອິນເດຍ-ປາຊີຟິກ ເສລີ ແລະເປີດກວ້າງ (FOIP); ຕີລາສູງການປະຕິວັດການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ, ການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະປະຕິບັດກົດໝາຍຂອງຫວຽດນາມ; ຢືນຢັນສະໜັບສະໜູນລັດຖະບານຫວຽດນາມ ເພີ່ມທະວີການຮ່ວມມື ແລະໜູນຊ່ວຍຫວຽດນາມ ໃນສັງກາດໃໝ່.

ໂດຍ: ໄຊນີດາ