ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ສະພາບໍລິຫານງານ UN Women
ການປະຕິບັດແຜນການຍຸດທະສາດໄລຍະ 2026 - 2028 ຂອງ UN Women ຕ້ອງມີວິທີເຂົ້າເຖິງໂດຍຖືເອົາການພັດທະນາເປັນພື້ນຖານ, ເຄົາລົບສິດຕັດສິນຂອງຊາດ ແລະຕ້ອງສອດຄ່ອງກັບບຸລິມະສິດ, ກຳລັງຄວາມສາມາດ, ພື້ນຖານວັດທະນະທຳ, ປະຫວັດສາດຂອງແຕ່ລະປະເທດ.
ໃນລະຫວ່າງວັນທີ 9 - 10 ກັນຍາ, ໄດ້ຈັດວາລະປະຊຸມປະຈຳປີ ຄັ້ງທີ 2 ຂອງສະພາບໍລິຫານງານອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະມອບສິດໃຫ້ແກ່ແມ່ຍິງ (UN Women). ສະພາ ໄດ້ປຶກສາຫາລື ແລະຮັບຮອງເອົາແຜນການຍຸດທະສາດຂອງ UN Women ໄລຍະ 2026 – 2029.
    |
 |
ວາລະປະຊຸມປະຈຳປີຄັ້ງທີ 2 ຂອງສະພາບໍລິຫານງານອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະມອບສິດໃຫ້ແກ່ແມ່ຍິງ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ, ການປະຕິບັດແຜນການຍຸດທະສາດໄລຍະ 2026-2028 ຂອງ UN Women ຕ້ອງມີວິທີເຂົ້າເຖິງໂດຍຖືເອົາການພັດທະນາເປັນພື້ນຖານ, ເຄົາລົບສິດຕັດສິນຂອງຊາດ ແລະຕ້ອງສອດຄ່ອງກັບບຸລິມະສິດ, ກຳລັງຄວາມສາມາດ, ພື້ນຖານວັດທະນະທຳ, ປະຫວັດສາດຂອງແຕ່ລະປະເທດ, ກໍ່ຄື ສ້າງຄວາມກົມກຽວກັບຄວາມມານະພະຍາຍາມປະຕິຮູບຂອງສະຫະປະຊາຊາດ; ໃຫ້ບຸລິມະສິດຮັດແຄບຊ່ອງຫວ່າງດີຈີຕອນ ແລະຊຸກຍູ້ບົດບາດນຳພາຂອງແມ່ຍິງໃນເສດຖະກິດດີຈີຕອນ ແລະການຄຸ້ມຄອງປັນຍາປະດິດ, ພ້ອມກັນນັ້ນ ກໍ່ຢືນຢັນຄຳໝັ້ນສັນຍາຮ່ວມມືກັບ UN Women, ບັນດາປະເທດສະມາຊິກ ແລະຄູ່ຮ່ວມມືຢ່າງແໜ້ນແຟ້ນເພື່ອໃຫ້ບໍ່ມີແມ່ຍິງໃດ, ເດັກຍິງໃດຖືກຕົກຢູ່ທາງຫຼັງ.
ແຫຼ່ງຄັດຈາກ vovworld.vn