ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: “ຕ້ອງເດັດດ່ຽວໃນການຜັນຂະຫຍາຍບັນດາກິດຈະກຳຄົມມະນາຄົມຈຸດສຸມກວ່າອີກ”
ກປ.ອອນໄລ - ປະຈຸບັນ ຄະນະຊີ້ນຳພວມຮັບຜິດຊອບ 120 ໂຄງການ, ສະນັ້ນ, ຕ້ອງມີຄວາມຕັ້ງໜ້າ, ເຂັ້ມງວດທີ່ສຸດ, ປະຕິບັດໃຫ້ຖືກຕາມຄວາມຄືບໜ້າທີ່ໄດ້ວາງອອກ.
“ຕ້ອງເຂົ້າຮ່ວມໄວກວ່າ, ເດັດດ່ຽວກວ່າ, ລະດົມກຳລັງຕື່ມອີກເພື່ອປະຕິບັດໃຫ້ເປັນຢ່າງດີກວ່າ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີຫວຽດນາມ ທີ່ກອງປະຊຸມຄັ້ງທີ 20 ຂອງຄະນະຊີ້ິ້ນຳແຫ່ງຊາດບັນດາກິດຈະກຳ, ໂຄງການສຳຄັນລະດັບຊາດ, ຈຸດສຸມຂະແໜງຄົມມະນາຄົມ, ຂົນສົ່ງ ຈັດຂຶ້ນໃນຕອນຄ່ຳວັນທີ 10 ກັນຍາ, ຢູ່ສຳນັກງານນາຍົກລັດຖະມົນຕີ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ (ຄະນະຊີ້ນຳ) ຊີ້ແຈ້ງວ່າ, ປະຈຸບັນ ຄະນະຊີ້ນຳ ພວມຮັບຜິດຊອບ 120 ໂຄງການ, ສະນັ້ນ, ຕ້ອງມີຄວາມຕັ້ງໜ້າ, ເຂັ້ມງວດທີ່ສຸດ, ປະຕິບັດໃຫ້ຖືກຕາມຄວາມຄືບໜ້າທີ່ໄດ້ວາງອອກ.
“ຈັດແບ່ງຂັ້ນການບຸກເບີກໜ້າພຽງໃຫ້ແກ່ບັນດາທ້ອງຖິ່ນຢ່າງເດັດຂາດ. ໃນໄລຍະຜ່ານມາ, ມີທ້ອງຖິ່ນຈຳນວນໜຶ່ງບໍ່ກ້າຮັບ ແຕ່ຫຼັງຈາກນັ້ນພັດເຮັດໄດ້ເປັນຢ່າງດີ. ເຮັດຍິ່ງໄວກໍ່ຍິ່ງດີ. ຕ້ອງເຂົ້າຮ່ວມໄວກວ່າ, ເດັດດ່ຽວກວ່າ, ລະລົມກຳລັງຕື່ມອີກເພື່ອປະຕິບັດໃຫ້ເປັນຢ່າງດີກວ່າ, ຕ້ອງຮຽກຮ້ອງຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງມານະພະຍາຍາມຈົນສຸດຄວາມສາມາດເພື່ອປະຕິບັດສຳເລັດຄວາມຄືບໜ້າບັນດາໂຄງການ, ໂດຍສະເພາະແມ່ນເປົ້າໝາຍເສັ້ນທາງບົກຄວາມໄວສູງ 3.000 ກມ ແລະເສັ້ນທາງແຄມທະເລ 1.700 ກມ; ຮັບປະກັນການກໍ່ສ້າງໂຄງການທ່າສະຍານອາກາດສາກົນ ລອງແທັງ ໃຫ້ສຳເລັດໂດຍພື້ນຖານໃນປີນີ້.
ໂດຍ: ກວຽດເຕິມ