ຫວຽດນາມ - ຈີນ ຕັ້ງໜ້າຊອກຫາມາດຕະການແກ້ໄຂຄວາມບໍ່ລົງລອຍກັນ
ກປ.ອອນໄລ - ການນຳສອງປະເທດລ້ວນແຕ່ເຫັນດີຊີ້ນຳບັນດາຂະແໜງການ ແລະຂັ້ນຕ່າງໆ ຕັ້ງໜ້າຊອກຫາວິທີ ແລະມາດຕະການທີ່ມີປະສິດທິຜົນເພື່ອແກ້ໄຂຄວາມບໍ່ລົງລອນກັນຢ່າງສົມເຫດສົມຜົນ.
    |
 |
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ກອງປະຊຸມຂ່າວນັດສາມັນໃນຕອນບ່າຍຂອງວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ເມື່ອຕອບຄໍາຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງຫວຽດນາມ ຢູ່ໝູ່ເກາະເຈື່ອງຊາ ໃນມໍ່ໆມານີ້, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ຫວຽດນາມ ມີພື້ນຖານນິຕິກຳ ແລະຫຼັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ, ສອດຄ່ອງກັບກົດໝາຍສາກົນ.
ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງຂອງຫວຽດນາມ ຢູ່ທະເລຕາເວັນອອກ, ລວມມີຢູ່ໝູ່ເກາະເຈື່ອງຊາ ລ້ວນແຕ່ແມ່ນຢູ່ໃນຂອບເຂດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ແລະສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່່າດ້ວຍທະເລປີ 1982 ແລະຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ”.
ເມື່ອເຕື້ອງເຖິງການພົວພັນລະຫວ່າງ ຫວຽດນາມ ແລະຈີນ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ພິເສດແມ່ນໃນປີມິດຕະພາບຫວຽດນາມ - ຈີນ 2025, ສອງປະເທດໄດ້ມີການພົບປະ, ແລກປ່ຽນການຢ້ຽມຢາມຂັ້ນສູງເປັນປະຈຳ. ການນຳສອງປະເທດ ລ້ວນແຕ່ເຫັນດີຊີ້ນຳບັນດາຂະແໜງການ ແລະຂັ້ນຕ່າງໆຕັ້ງໜ້າຊອກຫາວິທີ ແລະມາດຕະການທີ່ມີປະສິດທິຜົນເພື່ອແກ້ໄຂຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ແລະຊຸກຍູ້ການຮ່ວມມືທີ່ສອດຄ່ອງກັບລະດັບໃໝ່ຂອງການພົວພັນຫວຽດນາມ - ຈີນ.
ໂດຍ: ໄຊຊະນະ