ທ່ານ ເລຮ່ວາຍຈູງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະພັດທະນາການພົວພັນມິດຕະພາບ, ການຮ່ວມມືຢ່າງໝັ້ນຄົງ, ຍາວນານກັບຈີນ. ນີ້ແມ່ນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ, ແມ່ນຄວາມຮຽກຮ້ອງພາວະວິໄສ ແລະບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດລວມຂອງຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານ ເລຮ່ວາຍຈູງ ສະເໜີໃຫ້ບັນດາອົງການການຕ່າງປະເທດ, ການທູດຂອງສອງຝ່າຍ ສືບຕໍ່ເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນ, ເປັນເສນາທິການຮັກສາການແລກປ່ຽນຍຸດທະສາດຂັ້ນສູງຢ່າງເປັນປະຈຳ; ພ້ອມກັນນັ້ນ, ສອງຝ່າຍຜັນຂະຫຍາຍບັນດາເສົາຄ້ຳຂອງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຍົກສູງປະສິດທິຜົນການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ສະຫງວນບຸລິມະສິດໃຫ້ແກ່ການຮ່ວມມືທາງລົດໄຟລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງຢ່າງແທດຈິງກວ່າ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປັບປຸງພື້ນຖານທາງດ້ານສັງຄົມອັນຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານ ເລຮວ່າຍຈູງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ເຫັນດີເປັນເອກະພາບ ແລະຕີລາຄາສູງຄຳເຫັນຂອງທ່ານ ເລຮ່ວາຍຈູງ, ທ່ານ He Wei ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະສົມທົບກັບ ຫວຽດນາມ ຮັດແໜ້ນການຮ່ວມມືໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງປີພົບປະແລກປ່ຽນມະນຸດສະທໍາ ຈີນ - ຫວຽດນາມ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1950-2025) ເປັນຢ່າງດີ.

ໂດຍ: ຈາງຫງວຽນ