ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 63 ຂອງອົງການທີ່ປຶກສາດ້ານກົດໝາຍອາຊີ - ອາຟຣີກາ
ກປ.ອອນໄລ - ທ່ານ ເລແອັງຕ໋ວນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກເຖິງແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງຂອງຫວຽດນາມ.
ຫວ່າງແລ້ວນີ້, ຄະນະຜູ້ແທນຫວຽດນາມ ນໍາໂດຍ ທ່ານ ເລແອັງຕ໋ວນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະສະຖານທູດຫວຽດນາມ ປະຈໍາ ທານຊາເນຍ ທັງຮັບຜິດຊອບຢູ່ ອູການດາ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 63 ຂອງອົງການທີ່ປຶກສາດ້ານກົດໝາຍອາຊີ - ອາຟຣີກາ (AALCO) ຢູ່ Kampala (ອູການດາ).
    |
 |
ທ່ານ ເລແອັງຕ໋ວນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ວາລະຄົບຄະນະກອງປະຊຸມ AALCO. ພາບ: ກະຊວງການຕ່າງປະເທດ |
ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານ ເລແອັງຕ໋ວນ ເຊີດຊູ AALCO ດ້ວຍບົດບາດແມ່ນເວທີປາໄສຍຸຕິທໍາລະຫວ່າງພາກພື້ນທີ່ສຳຄັນ, ສືບຕໍ່ປະກອບສ່ວນຊຸກຍູ້ທັດສະນະລວມຂອງບັນດາປະເທດພວມພັດທະນາ, ຢືນຢັນບົດບາດທີ່ບໍ່ສາມາດປ່ຽນແທນຂອງກົດໝາຍສາກົນ ແລະການຮ່ວມມືຫຼາຍຝ່າຍ, ປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງບັນດາປະເທດພວມພັດທະນາໃນລະບົບສາກົນ.
    |
 |
ທ່ານ ເລແອັງຕ໋ວນ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ພ້ອມດ້ວຍຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ AALCO. ພາບ: ກະຊວງການຕ່າງປະເທດ |
ທ່ານ ເລແອັງຕ໋ວນ ໄດ້ເນັ້ນໜັກເຖິງແຜນນະໂຍບາຍຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະກວ້າງຂວາງ, ຫຼັກໝັ້ນສະໜັບສະໜູນລັດທິຫຼາຍຝ່າຍ ໂດຍສະຫະປະຊາຊາດເປັນໃຈກາງ ແລະກົດໝາຍສາກົນເປັນພື້ນຖານ. ທ່ານຮອງລັດຖະມົນຕີ ເລແອັງຕ໋ວນ ກໍ່ເນັ້ນໜັກເຖິງການປະກອບສ່ວນຢ່າງເປັນເຈົ້າການ ແລະຕັ້ງໜ້າຂອງຫວຽດນາມ ເຂົ້າໃນວຽກງານລວມຂອງປະຊາຄົມສາກົນ, ໂດຍສະແດງໃຫ້ເຫັນຜ່ານການເປັນເຈົ້າພາບຈັດຕັ້ງພິທີເປີດການລົງນາມສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ ແລະຕ້ານອາດຊະຍາກຳທາງອິນເຕີແນັດ ໃນເດືອນຕຸລາ ຈະມາເຖິງ ຢູ່ຮ່າໂນ້ຍ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ແລະຄະນະຜູ້ແທນຫວຽດນາມ ກໍ່ໄດ້ເປັນປະທານຈັດກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ເສັ້ນທາງໄປຮອດຮ່າໂນ້ຍ: ພິທີເປີດການລົງນາມສົນທິສັນຍາສະຫະປະຊາຊາດ ວ່າດ້ວຍປ້ອງກັນ ແລະການຕ້ານອາດຊະຍາກຳທາງອິນເຕີແນັດ”.
ຫຼາຍປະເທດ ໄດ້ເນັ້ນໜັກເຖິງບົດບາດ ແລະຄວາມໝາຍຂອງເລື່ອງ ສປຊ ເຫັນດີເຫັນພ້ອມຮັບຮອງເອົາເອກະສານສະບັບທຳອິດຂອງ ສະຫະປະຊາຊາດ ວ່າດ້ວຍການປ້ອງກັນ ແລະຕ້ານອາດຊະຍາກຳ ພາຍຫຼັງ 20 ກວ່າປີ, ສ້າງກອບນິຕິກຳສາກົນໃໝ່ດ້ວຍບັນດາເຄື່ອງມືຊຸກຍູ້ການຮ່ວມມືສາກົນໃນການປ້ອງກັນ ແລະຕ້ານອາດຊະຍາກຳທາງອິນເຕີເນັດ, ພ້ອມທັງຕີລາຄາສູງເລື່ອງຫວຽດນາມ ຈັດຕັ້ງພິທີເປີດການລົງນາມສົນທິສັນຍາ.
ໂດຍ: ໄຊນີດາ