ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ
ຕອນເຊົ້າວັນທີ 13 ກັນຍາ, ຢູ່ ຮ່າໂນ້ຍ, ໄດ້ດໍາເນີນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ (13 ກັນຍາ 1945 – 13 ກັນຍາ 2025) ແລະຮັບນາມມະຍົດວິລະຊົນແຮງງານ.
ໂດຍຕາງໜ້າໃຫ້ການນຳພັກ, ລັດ ປະດັບນາມມະຍົດວິລະຊົນແຮງງານໃຫ້ແກ່ສານປະຊາຊົນສູງສຸດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ ປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງ, ວັດທະນະຖາວອນ, ຄວາມຜາສຸກ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ມອບນາມມະຍົດວິລະຊົນແຮງງານໃຫ້ແກ່ສານປະຊາຊົນສູງສຸດ. ພາບ: nhandan.vn |
ສະນັ້ນ, ບົດບາດ, ຄວາມຮັບຜິດຊອບຂອງຂະແໜງສານປະຊາຊົນ ໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງທີ່ສຸດ. ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ: “ສຸມໃສ່ຍົກສູງຄຸນນະພາບ, ປະສິດທິຜົນການພິພາກສາຂອງສານທຸກຂັ້ນ. ນີ້ແມ່ນໜ້າທີ່ຈຸດສຸມຂອງຂະແໜງສານ, ກໍ່ແມ່ນໜ້າທີ່ຈຸດສຸມຂອງການປະຕິຮູບຕຸລາການ. ໃນການເຄື່ອນໄຫວພິພາກສາຕ້ອງຖືເອົາໝາກຜົນການປົກປ້ອງຄວາມຍຸຕິທຳ, ຄວາມສະເໝີພາບ, ການປົກປ້ອງສິດທິມະນຸດ, ສິດທິຂອງພົນລະເມືອງ, ຜົນປະໂຫຍດຂອງລັດ, ສິດ ແລະຜົນປະໂຫຍດອັນຊອບທຳຂອງອົງການ, ສ່ວນບຸກຄົນເປັນໄມ້ວັດແທກ. ຂະແໜງສານປະຊາຊົນ ຕ້ອງສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອທຸກຄຳຕັດສິນລ້ວນແຕ່ເຄັ່ງຄັດດ້ານກົດໝາຍ, ແຕ່ກໍ່ເຕັມໄປດ້ວຍລັກສະນະມະນຸດສະທໍາ”.
ແຫຼ່ງຄັດຈາກ: vovworld.vn