ຫວຽດນາມ ແລະກຳປູເຈຍ ເຫັນດີເປັນເອກະພາບບາງທິດທາງໃຫຍ່ເພື່ອຊຸກຍູ້ການຮ່ວມມື
ກປ.ອອນໄລ - ວັນທີ 11 ກັນຍາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ.
ທ່ານ Prak Sokhonn ຊົມເຊີຍຫວຽດນາມ ປະຕິບັດການປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບບໍລິຫານຈາກສູນກາງລົງຮອດທ້ອງຖິ່ນ ປະສົບຜົນສໍາເລັດ ແລະຮັກສາທ່າເຕີບໂຕເສດຖະກິດຢູ່ໃນລະດັບສູງໃນໄລຍະຜ່ານມາ; ເນັ້ນໜັກວ່າ ກຳປູເຈຍ ສາມາດຖອດຖອນບົດຮຽນຈາກປະສົບການປ່ຽນແປງໃໝ່ ແລະພັດທະນາຂອງຫວຽດນາມ.
    |
 |
ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: tienphong.vn |
ສ່ວນທ່ານ ເລຮ່ວາຍຈູງ ຊົມເຊີຍຕໍ່ຜົນງານດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ເຊິ່ງ ປະເທດກໍາປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ ແລະຢືນຢັນວ່າ ຫວຽດນາມ ຈະຕັ້ງໜ້າສະໜັບສະໜູນ ກຳປູເຈຍ ໃນການຈັດຕັ້ງກອງປະຊຸມສຸດຍອດຝລັ່ງໂກໂຟນີ ໃນປີ 2026 ປະສົບຜົນສໍາເລັດ.
    |
 |
ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ. ພາບ: tienphong.vn |
ເພື່ອສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ, ສອງຝ່າຍໄດ້ເຫັນດີເປັນເອກະພາບບາງທິດທາງໃຫຍ່ໃນໄລຍະຈະມາເຖິງ, ໃນນັ້ນ, ສຸມໃສ່ປັບປຸງສາຍພົວພັນທີ່ໄວ້ເນື້ອເຊື່ອໃຈ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ; ສົມທົບກັນຈັດຕັ້ງບັນດາກົນໄກຮ່ວມມືສອງຝ່າຍລະຫວ່າງຫວຽດນາມ - ກໍາປູເຈຍ - ລາວ ເປັນຢ່າງດີ, ໃນນັ້ນ ມີການພົບປະຂັ້ນສູງລະຫວ່າງການນຳ 3 ພັກ ຫວຽດນາມ - ກໍາປູເຈຍ - ລາວ ແລະກອງປະຊຸມ ຄັ້ງທີ 21 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະເຕັກນິກ.
ໄປຄຽງຄູ່ກັບການສົມທົບກັນຢ່າງແໜ້ນແຟ້ນເພື່ອຊອກຫາຈຸດບຸກທະລຸໃນການພັດທະນາເສດຖະກິດ - ການຄ້າ - ການລົງທຶນ, ສອງຝ່າຍສືບຕໍ່ຊຸກຍູ້ໃຫ້ບັນດາອົງການທີ່ກ່ຽວຂ້ອງເຈລະຈາ ແລະປະຕິບັດສໍາເລັດວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກໂດຍໄວ ເພື່ອກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງລະຫວ່າງສອງປະເທດ.
ໂດຍ: ທູຈາງ