ອົດສະຕາລີ - ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງທຳອິດຂອງທ່ານນາງ Sam Mostyn ແລະຊົມເຊີຍ ອົດສະຕາລີ ທີ່ບັນລຸໄດ້ບັນດາຜົນງານໃນຫຼາຍຂົງເຂດ, ພິເສດແມ່ນດ້ານວິທະຍາສາດ-ເຕັກໂນໂລຢີ, ຄວາມຫຼາກຫຼາຍດ້ານວັດທະນະທຳ ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານນາງ Sam Mostyn ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈທີ່ສຸດຂອງອົດສະຕາລີ, ຫວັງວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດເພື່ອມຸ່ງໄປເຖິງພາກພື້ນສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານນາງ Sam Mostyn. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບອົດສະຕາລີ ແລະເນັ້ນໜັກວ່າ ອົດສະຕາລີ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ; ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແຂງແຮງ, ແທດຈິງ ແລະມີປະສິດທິຜົນ, ສອງຝ່າຍກາຍເປັນຄູ່ຮ່ວມມືທີ່ສຳຄັນ, ແຖວໜ້າຂອງກັນທາງດ້ານການເມືອງ, ເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ.
ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ແມ່ນສັງກາດແຫ່ງການພັດທະນາປະເທດໃຫ້ມີວັດທະນາຖາວອນ ແລະຄວາມເຂັ້ມແຂງແຮງກ້າ. ເພື່ອບັນລຸໄດ້ສອງເປົ້າໝາຍ 100 ປີ, ຫວ່າງມໍ່ໆມານີ້, ພັກ ແລະລັດຫວຽດນາມ ໄດ້ວາງອອກນະໂຍບາຍຊີ້ຂາດທີ່ສໍາຄັນຫຼາຍສະບັບ. ໃນສະພາບການນັ້ນ, ຫວຽດນາມ ຊົມເຊີຍອົດສະຕາລີ ທີ່ໜູນຊ່ວຍ, ຮ່ວມເດີນທາງກັບຫວຽດນາມ ໃນການປະຕິບັດບັນດານະໂຍບາຍຫຼັກແຫຼ່ງນີ້.
ມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າ 20 ຕື້ໂດລາສະຫະລັດ
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 10 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ Sam Mostyn, ຜູ້ມີອຳນາດເຕັມ ແລະສາມີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງອົດສະຕາລີ ທີ່ພວມຢ້ຽມຢາມທາງລັດຖະກິດ ຫວຽດນາມ.
ທີ່ການພົບປະສອງຝ່າຍ, ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ທ່ານ ເລືອງເກື່ອງ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາງ Sam Mostyn ພ້ອມດ້ວຍສາມີ ແລະຄະນະຜູ້ແທນອົດສະຕາລີ ທີ່ມາຢ້ຽມຢາມທາງລັດຖະກິດຢ່າງອົບອຸ່ນ; ຊົມເຊີຍອົດສະຕາລີ ກ່ຽວກັບຜົນງານອັນໜັກແໜ້ນໃນການພັດທະນາເສດຖະກິດ, ຍົກສູງສະຫວັດດີການສັງຄົມ ແລະເສີມຂະຫຍາຍບົດບາດ ແລະທີ່ຕັ້ງຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ງານລ້ຽງ. ພາບ: qdnd.vn |
ທ່ານນາງ Sam Mostyn ຢືນຢັນວ່າ ອົດສະຕາລີ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະຍືນຍົງຂອງຫວຽດນາມ, ຍາມໃດກໍ່ຮ່ວມເດີນທາງ, ສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ ໃນການປະຕິບັດການປະຕິຮູບເພື່ອບັນລຸເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045.
ສອງຝ່າຍຖືວ່າ, ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ 2024 ແມ່ນບາດກ້າວປະຫວັດສາດ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ ກໍ່ຄືຄວາມຕັດສິນໃຈຢ່າງແຂງແຮງຂອງສອງປະເທດ ໃນການນໍາການພົວພັນສອງຝ່າຍໃຫ້ພັດທະນາກວ່າໃນໄລຍະໃໝ່. ບັນດາກະຊວງ, ຂະແໜງການຂອງສອງຝ່າຍພວມຜັນຂະຫຍາຍຖືກກັບຄວາມຄືບໜ້າຂອງໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2024-2027, ພິເສດແມ່ນການຈັດຕັ້ງປະຕິບັດກົນໄກປຶກສາຫາລື ແລະການເຈລະຈາໃຫ້ມີຄວາມສະໝ່ຳສະເໝີ.
ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຜ່ານທຸກຊ່ອງທາງຂອງພັກ, ລັດ, ສະພາແຫ່ງຊາດ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ເພື່ອແນໃສ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.
ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍບັນດາມາດຕະການເພີ່ມທະວີການຮ່ວມມືດ້ານເສດຖະກິດສອງຝ່າຍຢ່າງແຂງແຮງ, ມຸ່ງໄປເຖິງວົງເງິນການຄ້າ 20 ຕື້ໂດລາສະຫະລັດ ແລະເພີ່ມທົບສອງເທົ່າການລົງທຶນສອງຝ່າຍໃນຊຸມປີຕໍ່ໜ້າ; ເພີ່ມທະວີການເຂົ້າເຖິງຕະຫຼາດຂອງຜະລິດຕະພັນທີ່ມີທ່າແຮງຂອງກັນ...
ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ພິເສດແມ່ນຢູ່ສະຫະປະຊາຊາດ, ບັນດາກົນໄກ ໂດຍອາຊຽນ ນໍາພາ ກໍ່ຄື ການຮ່ວມມືພັດທະນາອະນຸພາກພື້ນແມ່ນ້ຳຂອງ ແລະການຮ່ວມມື APEC. ອົດສະຕາລີ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງຫວຽດນາມ ແລະອາຊຽນ ໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂການການຂັດແຍ່ງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
ຕອນຄ່ຳວັນທີ 10 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານນາງ Sam Mostyn ແລະສາມີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງອົດສະຕາລີ.
ເພີ່ມທະວີເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ
ຕອນບ່າຍວັນທີ 10 ກັນຍາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານນາງ Sam Mostyn ຜູ້ມີອຳນາດເຕັມ ແຫ່ງອົດສະຕາລີ.
ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບອົດສະຕາລີ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານນາງ Sam Mostyn ຜູ້ມີອຳນາດເຕັມ ແຫ່ງອົດສະຕາລີ. ພາບ: qdnd.vn |
ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໂດຍຜ່ານການຊຸກຍູ້ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ, ຜ່ານທຸກຊ່ອງທາງຂອງພັກ, ລັດ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ; ສືບຕໍ່ຜັນຂະຫຍາຍໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2024-2027 ກໍ່ຄື ຮັກສາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ.
ການນຳສອງທ່ານ ໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ ແລະມີລະດັບຍຸດທະສາດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ການຮ່ວມມືພັດທະນາ, ການສຶກສາ-ບໍາລຸງສ້າງ ແລະວິທະຍາສາດ-ເຕັກໂນໂລຢີ, ການຮ່ວມມືດ້ານວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍເປີດກວ້າງການຮ່ວມມື ແລະລົງທຶນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄື: ແຮ່ທາດ, ແຮ່ທາດທີ່ຈຳເປັນ, ແຮ່ໂລຫະທີ່ຫາຍາກ, ພະລັງງານທົດແທນ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ອົດສະຕາລີ ໜູນຊ່ວຍຫວຽດນາມ ໃນການສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເຮືອນ ແລະສູນຂໍ້ມູນແຫ່ງຊາດຫວຽດນາມ; ໜູນຊ່ວຍບໍາລຸງສ້າງຍົກສູງຄວາມສາມາດໃຫ້ພະນັກງານ, ລັດຖະກອນຂອງຫວຽດນາມ,...
ທ່ານນາງ Sam Mostyn ປາດຖະໜາຢາກເຮັດໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ; ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງອົດສະຕາລີ ໃນການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ; ປາດຖະໜາຢາກສືບຕໍ່ຮ່ວມມື, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ຜັນຂະຫຍາຍວິໄສທັດຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ;...
ປະສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ
ຕອນບ່າຍວັນທີ 10 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານນາງ Sam Mostyn ຜູ້ມີອຳນາດເຕັມ ແຫ່ງອົດສະຕາລີ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບອົດສະຕາລີ;...
ໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມ, ຕອນທ່ຽງວັນທີ 10 ກັນຍາ, ທ່ານນາງ Sam Mostyn ໄດ້ຕ້ອນຮັບ ແລະເຮັດວຽກກັບ ສາດສະດາຈານ, ປອ ຫງວຽນຊວນຖັ໊ງ ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ.
ໂດຍ: ໄຊນີດາ