leftcenterrightdel
ຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງວັດທະນະທຳ ຄົບຮອບ 80 ປີ. ພາບ: qdnd.vn
leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນຊີ້ນໍາ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ປະເທດຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງຕາມທິດສັງຄົມນິຍົມ. ສະພາບການໂລກມີການປ່ຽນແປງຢ່າງວ່ອງໄວ, ສັບສົນ; ການປະຕິວັດອຸດສາຫະກຳຄັ້ງທີ 4, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຕົວເມືອງອັດສະລິຍະ… ພວມສ້າງມາດຕະຖານໃໝ່; ການແກ່ງແຍ້ງຍຸດທະສາດ, ການລະເບີດຂໍ້ມູນຂ່າວສານ, “ການຕໍ່ສູ້ໃນເຄືອຂ່າຍອິນເຕີແນັດ” ໄດ້ດໍາເນີນຢ່າງເຄັ່ງຮ້ອນ; ການແຊກຊຶມຂອງຜະລິດຕະພັນວັດທະນະທໍາຊອດກະຈາ. ໃນສະພາບການນັ້ນ, ວັດທະນະທຳຍິ່ງຕ້ອງໄປກ່ອນບາດກ້າວໜຶ່ງ, ເຍືອງທາງ, ນຳພາ, ເສີມຂະຫຍາຍຄຸນທາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງກໍາລັງອ່ອນແຫ່ງຊາດ.

leftcenterrightdel
 
leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ປະດັບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ເຊື່ອໝັ້ນຢ່າງເລິກເຊິ່ງວ່າ ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ການຮ່ວມແຮງຮ່ວມໃຈ, ສະໜັບສະໜູນຂອງປະຊາຊົນ; ດ້ວຍຄຸນທາດ, ຄວາມຮູ້ຄວາມສາມາດ ແລະຄວາມຮັກອາຊີບຂອງຖັນແຖວຜູ້ທີ່ເຮັດວຽກງານວັດທະນະທຳ, ຖະແຫຼງຂ່າວ, ກິລາ ແລະທ່ອງທ່ຽວ ຈະນໍາວັດທະນະທຳຫວຽດນາມ ພັດທະນາຢ່າງເຕັມທີ່, ເພື່ອໃຫ້ປະເທດຫວຽດນາມ ຮັ່ງມີເຂັ້ມແຂງ, ເພື່ອໃຫ້ຊົນຊາດຫວຽດນາມ ຍືນຍົງຄົງຕົວຕະຫຼອດໄປ, ເພື່ອໃຫ້ຊາວຫວຽດນາມ ແຕ່ລະຄົນມີຄວາມຜາສຸກ, ມີຄວາມໝັ້ນໃຈເຊື່ອມໂຍງ ແລະປະກາຍແຈ້ງ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ມອບໃບຍ້ອງຍໍໃຫ້ບັນດາແບບຢ່າງດີເດັ່ນ. ພາບ: qdnd.vn

ທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕາງໜ້າໃຫ້ການນຳພັກ ແລະລັດ ປະດັບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ. ເນື່ອງໃນໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ມອບໃບຍ້ອງຍໍໃຫ້ບັນດາແບບຢ່າງດີເດັ່ນຈໍານວນ 80 ຄົນທີ່ມີຜົນງານດີເດັ່ນໃນຂົງເຂດວັດທະນະທຳ.

ໂດຍ: ໄຊຊະນະ