ປັບປຸງພື້ນຖານສັງຄົມທີ່ສະດວກໃຫ້ການພັດທະນາການພົວພັນ ຫວຽດນາມ-ຈີນ
ກປ.ອອນໄລ - ຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ໂດ໋ວັນຈ໊ຽນ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Hewei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.
    |
 |
ທ່ານ ໂດ໋ວັນຈ໊ຽນ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບທ່ານ Hewei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: mattran.org.vn |
ທ່ານ ໂດ໋ວັນຈ໊ຽນ ໄດ້ຕີລາຄາສູງ ໃນໄລຍະຜ່ານມາ ການພົວພັນລະຫວ່າງສອງພັກ, ສອງລັດ ໄດ້ຮັກສາທ່າອ່ຽງພັດທະນາອັນດີງາມ; ພ້ອມທັງສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນອັນດີງາມທີ່ບັນລຸໄດ້ໃນການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ໃນໄລຍະຜ່ານມາ.
ທ່ານ ໂດ໋ວັນຈ໊ຽນ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ໃນການຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະລຸ້ນໜຸ່ມຂອງສອງປະເທດ; ກໍານົດທິດຫາງສຽງ, ສື່ມວນຊົນ, ຍູ້ແຮງການໂຄສະນາກ່ຽວກັບມູນເຊື້ອບ້ານໃກ້ເຮືອນຄຽງມິດຕະພາບຫວຽດນາມ-ຈີນ, ປັບປຸງພື້ນຖານສັງຄົມທີ່ສະດວກໃຫ້ການພັດທະນາການພົວພັນລະຫວ່າງສອງປະເທດເປັນຢ່າງດີ. ທ່ານ ໂດ໋ວັນຈ໊ຽນ ສະເໜີສະຖານທູດຈີນ ປະຈຳ ຫວຽດນາມ ສືບຕໍ່ອໍານວຍຄວາມສະດວກ, ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດຫວຽດນາມ, ເພີ່ມທະວີການພົບປະແລກປ່ຽນຮ່ວມມືລະຫວ່າງສອງອົງການ, ທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ, ເປັນຕົ້ນແມ່ນບັນດາທ້ອງຖິ່ນຊາຍແດນ; ເປີດກວ້າງເນື້ອໃນ, ຮູບການຮ່ວມມືຢ່າງລະອຽດ, ແທດຈິງຢ່າງບໍ່ຢຸດຢັ້ງ; ສົ່ງເສີມຄະນະກຳມະການສູນກາງແນວໂຮມປະເທດຊາດ, ສະພາປຶກສາການເມືອງປະຊາຊົນ ທຸກຂັ້ນ ແລະບັນດາອົງການສະມາຊິກຂອງແຕ່ລະຝ່າຍ, ເປັນຕົ້ນແມ່ນບັນດາອົງການຈັດຕັ້ງມະຫາຊົນການເມືອງ-ສັງຄົມ, ຄື: ຊາວໜຸ່ມ, ແມ່ຍິງ... ເພີ່ມທະວີການພົບປະແລກປ່ຽນ ແລະຮ່ວມມື.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: mattran.org.vn |
ຕີລາຄາສູງບົດບາດຂອງແນວໂຮມປະເທດຊາດຫວຽດນາມ ໃນການເສີມຂະຫຍາຍຈິດໃຈມະຫາສາມັກຄີ, ຮັກສາສະຖຽນລະພາບດ້ານການເມືອງ, ພິເສດ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ ແລະພວມດໍາເນີນການສັບຊ້ອນກົງຈັກການຈັດຕັ້ງ ແລະຫົວໜ່ວຍບໍລິຫານ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາໃນໄລຍະຈະມາເຖິງ, ທ່ານ Hewei ປາດຖະໜາວ່າ ໃນຖານະຕຳແໜ່ງຂອງຕົນຈະໄດ້ຮັບການສົມທົບຢ່າງແໜ້ນແຟ້ນຈາກຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຈາກນັ້ນປະກອບສ່ວນຫັນຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ພ້ອມທັງຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມື ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດຫວຽດນາມ-ຈີນ ໃຫ້ປະກົດຜົນເປັນຈິງ.
ໂດຍ: ເຈິ່ນຮວ່ຽນ