ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ໄດ້ສະເໜີບັນດາທິດທາງຮ່ວມມືໃຫຍ່ເພື່ອເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງວ່ອງໄວ ແລະສັບສົນ. ກ່ອນອື່ນໝົດ, ສອງຝ່າຍຄວນສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຢ້ຽມຢາມ, ການພົບປະຂັ້ນສູງໃນທຸກຊ່ອງທາງຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ; ປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາສູງຍີ່ປຸ່ນ ເປັນຢ່າງດີ; ຍູ້ແຮງການແລກປ່ຽນບົດຮຽນດ້ານນິຕິບັນຍັດລະຫວ່າງບັນດາອົງການນິຕິບັນຍັດ; ເພີ່ມທະວີການພົບປະແລກປ່ຽນລະຫວ່າງຊາວໜຸ່ມສອງປະເທດ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະທ່ານ Nakasone Yasutaka ຫົວໜ້າຄະນະຊາວໜຸ່ມພັກປະຊາທິປະໄຕເສລີ. ພາບ: ຟ້າມທັ໊ງ

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ເຈິ່ນແທັງເໝິນ ຢືນຢັນວ່າ ຫວຽດນາມ ຕີລາຄາສູງບົດບາດ ແລະການປະກອບສ່ວນຂອງຍີ່ປຸ່ນ ໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຫວຽດນາມ ຊົມເຊີຍ ແລະສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ເປັນຕົ້ນແມ່ນໃນຂົງເຂດໃໝ່, ຄື: ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ນະວັດຕະກໍາ. ພ້ອມທັງສະເໜີສອງປະເທດເພີ່ມທະວີການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ການສຶກສາ-ປັດໄຈທີ່ມີບົດບາດສຳຄັນໃນການປັບປຸງພື້ນຖານສັງຄົມຂອງການພົວພັນສອງຝ່າຍ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້າມທັ໊ງ

ສ່ວນທ່ານ Nakasone Yasutaka ຢືນຢັນວ່າ ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ຍູ້ແຮງການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ, ຄື: ການພັດທະນາພື້ນຖານໂຄງລ່າງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ບໍາລຸງສ້າງ ແລະແຮງງານ... ພ້ອມທັງຢືນຢັນຄວາມມານະພະຍາຍາມເພີ່ມທະວີການຮ່ວມມືຮອບດ້ານກັບຫວຽດນາມ ຜ່ານທຸກຊ່ອງທາງ, ໃນນັ້ນມີການພົບປະແລກປ່ຽນປະຊາຊົນ, ພົບປະແລກປ່ຽນຊາວໜຸ່ມ ແລະການຮ່ວມມືລັດຖະສະພາ. ເນັ້ນໜັກວ່າ ການພົວພັນ ຫວຽດນາມ-ຍີ່ປຸ່ນ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳສອງປະເທດ, ທ່ານ Nakasone Yasutaka ຢືນຢັນວ່າ, ຈະພ້ອມກັບກຳລັງຊາວໜຸ່ມສອງປະເທດສືບຕໍ່ຊຸກຍູ້ການພົວພັນສອງປະເທດເຂົ້າສູ່ລວງເລິກ ແລະມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ