ເນື່ອງໃນໂອກາດນີ້, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານນາງ Valeria Csusaki Cabrera ຮອງລັດຖະມົນຕີການຕ່າງປະເທດ ອູຣູໄກວ ໄດ້ດຳເນີນການທາບທາມຄວາມເຫັນດ້ານການເມືອງ ຄັ້ງທີ V ລະຫວ່າງສອງກະຊວງການຕ່າງປະເທດ.

ທີ່ການທາບທາມຄວາມເຫັນດ້ານການເມືອງ, ທ່ານ ດັ້ງຮວ່າງຢາງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນກັບ ອູຣູໄກວ ໃນນະໂຍບາຍການພົວພັນຕ່າງປະເທດ ກັບພາກພື້ນອາເມລິກາລາຕິນ. ທ່ານ ດັ້ງຮວ່າງຢາງ ສະແດງຄວາມນັບຖືຢ່າງສູງຕໍ່ການເຂົ້າຮ່ວມຂອງບັນດາຄະນະຜູ້ແທນພັກການເມືອງ ອູຣູໄກວ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ, ຖືນີ້ແມ່ນພະຍານຫຼັກຖານໃຫ້ແກ່ສາຍພົວພັນອັນດີງາມລະຫວ່າງສອງປະເທດໃນຊ່ອງທາງການທູດພັກ, ການທູດລັດ ແລະການທູດປະຊາຊົນ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານນາງ Valeria Csusaki Cabrera ຮອງລັດຖະມົນຕີການຕ່າງປະເທດ ອູຣູໄກວ. ພາບ: ກະຊວງການຕ່າງປະເທດ

ສ່ວນທ່ານນາງ Valeria Csusaki Cabrera ຢືນຢັນວ່າ ອູຣູໄກວ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍພາກພື້ນ, ພ້ອມທັງປາດຖະໜາຢາກພ້ອມກັບຫວຽດນາມ ສວມບົດບາດເປັນປະຕູເຊື່ອມຕໍ່ການຄ້າ-ການລົງທຶນລະຫວ່າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະອາເມລິກາໃຕ້. ທ່ານນາງ Valeria Csusaki Cabrera ໃຫ້ຮູ້ວ່າ ອູຣູໄກວ ໄດ້ແລກປ່ຽນບົດຮຽນ ແລະຊຸກຍູ້ບັນດາກາລະໂອກາດຮ່ວມມືກັບຫວຽດນາມ ກ່ຽວກັບການພັດທະນາວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ, ພັດທະນາເສດຖະກິດດີຈີຕອນ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພັດທະນາເສດຖະກິດເອກະຊົນ ແລະສົມທົບກັນໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບາງມາດຕະການເພີ່ມທະວີການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ລວມມີການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ໃນນັ້ນມີ ການທາບທາມຄວາມເຫັນດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ ແລະຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນ; ເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳ, ກິລາ, ການສຶກສາ ແລະບຳລຸງສ້າງລະຫວ່າງສອງປະເທດ...

ໂດຍ: ເຈິ່ນຮວ່ຽນ