ຕອນເຊົ້າວັນທີ 24 ສິງຫາ, ຢູ່ນະຄອນຫຼວງ Kathmandu, ທ່ານຮອງປະທານາທິບໍດີ Ram Sahaya Prasad Yadav ແລະທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ດໍາເນີນການພົບປະສອງຝ່າຍ. ໃນບັນຍາກາດໄມຕີຈິດມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈ, ການນຳສອງປະເທດ ໄດ້ແບ່ງປັນສະພາບການ ແລະເປົ້າໝາຍພັດທະນາຂອງແຕ່ລະປະເທດ ແລະໄດ້ເຫັນດີເປັນເອກະສັນກັນກ່ຽວກັບຫຼາຍທິດທາງໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ.

ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມສະໜິດຕິດພັນທາງການທູດ, ສອງຝ່າຍເຫັນດີເປັນເອກະສັນຍູ້ແຮງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ເປີດກວ້າງການພົບປະແລກປ່ຽນລະຫວ່າງບັນດາອົງການ, ອົງການຈັດຕັ້ງ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ການນຳສອງທ່ານໄດ້ເນັ້ນໜັກວ່າ ຄວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ; ພິຈາລະນາການເຈລະຈາບັນດາຂໍ້ຕົກລົງການຄ້າ ແລະການລົງທຶນສອງຝ່າຍ; ຄົ້ນຄວ້າສ້າງຕັ້ງກຸ່ມປະຕິບັດງານຮ່ວມ ຫຼື ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ; ເພີ່ມທະວີການສົ່ງເສີມການຄ້າ, ໜູນຊ່ວຍວິສາຫະກິດເຊື່ອມຕໍ່.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: mofa.gov.vn

ທ່ານນາງ ຫວໍທິແອັງຊວນ ສະເໜີວ່າ ເນປານ ເອົາໃຈໃສ່ສ້າງເງື່ອນໄຂ ເພື່ອໃຫ້ວິສາຫະກິດຫວຽດນາມ ຊອກຮູ້ກາລະໂອກາດຮ່ວມມືໃນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ການຫັນເປັນດີຈີຕອນ... ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວແທດຈິງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025; ເສີມຂະຫຍາຍບົດບາດຂອງສະມາຄົມມິດຕະພາບຫວຽດນາມ - ເນປານ ແລະຄະນະກຳມະການສັນຕິພາບ, ມິດຕະພາບ ແລະສາມັກຄີເນປານ ໃນການຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ.

ໃນເວທີປາໄສພາກພື້ນ ແລະສາກົນ, ຫວຽດນາມ ແລະເນປານ ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນ, ພິເສດແມ່ນ ຢູ່ ສປຊ ແລະຂະບວນການບໍ່ຮ່ວມກຸ່ມ. ຫວຽດນາມ ຊົມເຊີຍ ເນປານ ເພີ່ມທະວີການຮ່ວມມືກັບອາຊຽນ, ພ້ອມທັງ ສະເໜີໃຫ້ ເນປານ ເປັນຂົວຕໍ່ ເພື່ອໃຫ້ຫວຽດນາມ ຊຸກຍູ້ການພົວພັນກັບບັນດາປະເທດອາຊີໃຕ້. ການນຳສອງທ່ານກໍ່ໄດ້ເຫັນດີເປັນເອກະສັນສົມທົບກັນໃນບັນດາຄວາມມານະພະຍາຍາມທົ່ວໂລກຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດ, ປະຕິບັດຄຳໝັ້ນສັນຍາປ່ອຍອາຍພິດລົງລະດັບ 0 ໃນປີ 2050 ແລະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

ໂດຍ: ທະນາພອນ