ໜັງສືພິມກອງທັບປະຊາຊົນແມ່ນອົງການຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ, ແມ່ນອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍຮູບແບບ ຕາມຂໍ້ຕົກລົງສະບັບເລກທີ 362 ລົງວັນທີ 3 ເມສາ 2019 ຂອງນາຍົກລັດຖະມົນຕີ ແລະຂໍ້ຕົກລົງສະບັບເລກທີ 5945 ລົງວັນທີ 18 ພະຈິກ 2023 ຂອງລັດຖະມົນຕີກະຊວງປ້ອງກັນປະເທດ. ຕາມນັ້ນແລ້ວ, ພ້ອມກັບບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ການເຄື່ອນໄຫວດ້ານການທະຫານ, ການປ້ອງກັນຊາດ, ສ່ອງແສງເຖິງແນວຄິດ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ນອກນັ້ນ ໜັງສືພິມກອງທັບປະຊາຊົນ ກໍ່ແມ່ນຊ່ອງທາງສື່ສານການພົວພັນຕ່າງປະເທດທີ່ສຳຄັນ.

ໜັງສືພິມກອງທັບປະຊາຊົນ ໄດ້ອອກເປັນພາສາອັງກິດ, ພາສາຈີນ, ພາສາລາວ ແລະພາສາຂະແມ, ປະກອບສ່ວນສຳຄັນເຂົ້າໃນການໂຄສະນາເຜີຍແຜ່ການພົວພັນຕ່າງປະເທດ, ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບກັບເພື່ອນມິດສາກົນ. ການເປີດໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລັດເຊຍ ແມ່ນນອນໃນວິວັດທະນາການພັດທະນາຂອງໜັງສືພິມກອງທັບປະຊາຊົນ ທີ່ໄດ້ຮັບການອະນຸມັດຈາກຂັ້ນເທິງ.

leftcenterrightdel
ບັນດາຜູ້ແທນດຳເນີນພິທີກົດປຸ່ມເປີດໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລັດເຊຍ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ດວ່ານຊວນໂບະ ໃຫ້ຮູ້ວ່າ: ການເປີດໜັງສືພິມກອງທັບປະຊາຊົນເອເລັກໂຕນິກພາສາລັດເຊຍ ແມ່ນວຽກງານທີ່ແທດຈິງ ປະກອບສ່ວນຢັ້ງຢືນ ແລະຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ - ສະຫະພັນລັດເຊຍ, ພ້ອມກັນນັ້ນເປັນຂີດໝາຍສໍາຄັນໃນປະຫວັດສາດແຫ່ງການສ້າງສາ, ພັດທະນາ ແລະເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມກອງທັບປະຊາຊົນ.

ແລກປ່ຽນກັບນັກຂ່າວຂອງໜັງສືພິມກອງທັບປະຊາຊົນ, ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະພັນລັດເຊຍ ປະຈໍາຫວຽດນາມ ເນັ້ນໜັກວ່າ: “ເຫດການມື້ນີ້ແມ່ນພິເສດທີ່ສຸດ, ເພາະວ່າສະຫະພັນລັດເຊຍ ແລະ ຫວຽດນາມ ມີການພົວພັນທາງການທູດມາໄດ້ 75 ປີ, ສອງປະເທດໄດ້ມີການຮ່ວມມື, ແລກປ່ຽນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂ້າພະເຈົ້າ ຫວັງວ່າ ເມື່ອມີໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລັດເຊຍ, ຊາວລັດເຊຍ ສາມາດເຂົ້າເຖິງຂໍ້ມູນຂ່າວສານຫຼ້າສຸດຢູ່ຫວຽດນາມ; ຊອກຮູ້ກ່ຽວກັບປະເທດຊາດຫວຽດນາມ; ຜົນງານໃນການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງຫວຽດນາມ ກວ່າອີກ ແລະປັບປຸງອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ; ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງສອງປະເທດໃຫ້ແຂງແຮງກວ່າອີກ”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລັດເຊຍ. ພາບ: qdnd.vn

ທີ່ພິທີ, ທ່ານພົນຈັດຕະວາ ດວ່ານຊວນໂບະ, ທ່ານ ເອກອັກຄະລັດຖະທູດ Gennady Stepanovich Bezdetko ພ້ອມກັບບັນດາຜູ້ແທນໄດ້ດໍາເນີນພິທີກົດປຸ່ມເປີດໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລັດເຊຍ ໃນເວັບໄຊ: ru.qdnd.vn.

ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ພາສາລັດເຊຍ ມີຄໍລໍາດັ່ງນີ້:  ຂ່າວສະຖານະການການເມືອງ; ສາຍພົວພັນມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ; ການຮ່ວມມືພັດທະນາຫວຽດນາມ - ສະຫະພັນລັດເຊຍ, ກອງທັບປະຊາຊົນຫວຽດນາມ, ວັດທະນະທຳ ແລະຊາວຫວຽດນາມ, ກິລາ-ບັນເທິງ ແລະ ບັນດາຄໍລໍາດ້ວຍຮູບພາບ, ວິດີໂອ-ເອົາດີໂອ.

ໂດຍ: ທະນາພອນ