ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ວຽກງານກະກຽມ, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ ຄົບຮອບ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ຕ້ອງໄດ້ປະຕິບັດດ້ວຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບສູງ, ການປະສານສົມທົບຢ່າງແໜ້ນແຟ້ນຂອງທຸກຂັ້ນ, ທຸກຂະແໜງການຈາກສູນກາງ ລົງຮອດທ້ອງຖິ່ນ ເພື່ອສະແດງໃຫ້ເຫັນຂອບຂະໜາດ ແລະຄວາມໝາຍຂອງເຫດການ, ຖານະທີ່ຕັ້ງຂອງປະເທດ, ຜ່ານນັ້ນສຶກສາອົບຮົມມູນເຊື້ອຮັກຊາດ, ນໍ້າໃຈມະຫາສາມັກຄີ, ມີເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມພາກພູມໃຈຂອງຊາດ; ຢືນຢັນຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະພັດທະນາປະເທດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ສືບຕໍ່ຊາບຊຶມການຊີ້ນໍາຂອງຄະນະຊີ້ນຳ, ຕິດຕາມໂຄງການສັງລວມບັນດາເຄື່ອນໄຫວສະເຫຼີມສະຫຼອງຄົບຮອບ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ, ແຜນການຈັດຕັ້ງພິທີສະເຫຼີມສະຫຼອງ, ເດີນຂະບວນ, ສວນສະໜາມ... ເພື່ອຜັນຂະຫຍາຍປະຕິບັດບັນດາວຽກງານຢ່າງມີປະສິດທິຜົນ; ເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາອົງການ, ກົມກອງ ເພື່ອຮັບປະກັນຄວາມສົມກຽດ, ປະຢັດມັດທະຍັດ, ມີປະສິດທິຜົນ, ແທດຈິງ, ມີຈຸດສຸມ.
ທ່ານເລຂາທິການໃຫຍ່ ໃສ່ໃຈວ່າ, ວຽກງານຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ ຕ້ອງມີຄວາມຮອບຄອບຖີ່ຖ້ວນ, ຮັບປະກັນຄວາມສະຫງົບປອດໄພ. ວຽກງານຈັດຕັ້ງ, ຕ້ອນຮັບຜູ້ແທນ, ນັກທ່ອງທ່ຽວ ແລະປະຊາຊົນຕ້ອງມີຄວາມສຸດຈິດສຸດໃຈ ແລະຮອບຄອບຖີ່ຖ້ວນ; ຕ້ອງເອົາໃຈໃສ່ໃຫ້ບຸລິມະສິດແກ່ບັນດາແຂກຖືກເຊີນ ເຊິ່ງເປັນຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຕໍ່ປະເທດ, ຜູ້ອາຍຸສູງ, ບັນດາເປົ້າໝາຍນະໂຍບາຍ...
ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ, ຄຽງຂ້າງການຮັບປະກັນຄວາມສົມກຽດ ແລະຮອບຄອບຖີ່ຖ້ວນໃນການຕ້ອນຮັບບັນດາຜູ້ແທນ, ແຂກຖືກເຊີນ ແລະປະຊາຊົນແລ້ວ, ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ກໍ່ຕ້ອງໄດ້ຮັບປະກັນຄວາມປອດໄພຢ່າງເດັດຂາດ, ເພື່ອໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງບັນດາວັນບຸນໃຫຍ່, ບັນດາເຫດການປະຫວັດສາດສຳຄັນຂອງປະເທດ ແມ່ນວັນບຸນຂອງທົ່ວປວງຊົນທັງຊາດຢ່າງແທ້ຈິງ.
ໂດຍ: ໄຊຊະນະ