ນັກຂ່າວ: ຮຽນທ່ານຮອງລັດຖະມົນຕີ? ທ່ານ ສາມາດແບ່ງປັນບັນດາຂີດໝາຍ ແລະການປະກອບສ່ວນຂອງການທູດຫຼາຍຝ່າຍໃນຜົນງານລວມຂອງຂະແໜງການທູດ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ການທູດຫຼາຍຝ່າຍແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ໄດ້ໄປຄຽງຄູ່ກັບການທູດຂອງປະເທດຫວຽດນາມ ນັບແຕ່ຊຸມວັນທີ່ສ້າງຕັ້ງທຳອິດ.

ອາດເວົ້າໄດ້ວ່າ ການທູດຫຼາຍຝ່າຍໄດ້ຊ່ວຍໃຫ້ຫວຽດນາມ ຫັນປ່ຽນຢ່າງແຮງ, ມີບົດບາດ ແລະຖານະທີ່ຕັ້ງນັບມື້ນັບສູງຂຶ້ນຢູ່ເວທີສາກົນ ແລະໃນສາຍຕາຂອງເພື່ອນມິດສາກົນ. ຈາກປະເທດທີ່ຖືກປິດລ້ອມ ແລະຢູ່ໂດດດ່ຽວ, ຫວຽດນາມ ໄດ້ກາຍເປັນສະມາຊິກຂອງບັນດາກົນໄກຮ່ວມມື ແລະການຮ່ວມສໍາພັນຫຼາຍຝ່າຍເກືອບທັງໝົດນັບແຕ່ລະດັບທົ່ວໂລກຕະຫຼອດຮອດລະດັບພາກພື້ນ, ມີເຄືອຂ່າຍສັນຍາການຄ້າເສລີ (FTA) ກັບບັນດາສູນເສດຖະກິດ ແລະການຄ້າແຖວໜ້າຂອງໂລກ. ຈາກປະເທດທຸກຍາກ ແລະຫຼ້າຫຼັງ, ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ຫວຽດນາມ ໄດ້ກາຍເປັນປະເທດພວມພັດທະນາຢ່າງຂະຫຍັນຂັນເຄື່ອນດ້ວຍພື້ນຖານເສດຖະກິດໃຫຍ່ອັນດັບ 32 ໃນໂລກ.

ບໍ່ພຽງແຕ່ເທົ່ານັ້ນ, ການທູດຫຼາຍຝ່າຍຂອງຫວຽດນາມ ຍັງໄດ້ສ້າງຂີດໝາຍຫຼາຍຢ່າງປະກອບສ່ວນຍົກສູງຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ເມື່ອເຂົ້າຮ່ວມ ແລະມີການປະກອບສ່ວນນັບມື້ນັບແທດຈິງເຂົ້າໃນບັນດາວຽກງານລວມ ແລະແກ້ໄຂບັນຫາທົ່ວໂລກ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ.

ຫວຽດນາມ ໄດ້ປະຕິບັດສໍາເລັດຫຼາຍໜ້າທີ່ສາກົນອັນສຳຄັນ ແລະພົ້ນເດັ່ນ ຄື: ປະທານອາຊຽນ, ເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC, ກໍາ ມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ, ສະມາຊິກສະພາສິດທິມະນຸດ, ຮອງປະທານສະມັດຊາໃຫຍ່, ສະມາຊິກຄະນະກຳມາທິການກົດໝາຍສາກົນສະຫະປະຊາຊາດ, ສະມາຊິກສະພາບໍລິຫານ IAEA, ສະມາຊິກຂອງຫຼາຍກົນໄກບໍລິຫານຂອງ UNESCO...; ຫຼື ການສົ່ງພະນັກງານ, ນັກຮົບໄປຕິບັດໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ.

ເມື່ອຫວນຄືນໄລຍະ 30 ປີແຫ່ງການເຂົ້າຮ່ວມອາຊຽນ ແລະເກືອບ 50 ປີແຫ່ງການເຂົ້າເປັນສະມາຊິກສະຫະປະຊາຊາດ, ຫວຽດນາມ ໄດ້ ແລະພວມສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດເປັນປະເທດທີ່ມີຄວາມຮັບຜິດຊອບ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອວຽກງານລວມ. ຈາກຊາຍຄາລວມອາຊຽນເຖິງເວທີປາໄສສາກົນຂອງສະຫະປະຊາຊາດ, ຫວຽດນາມ ຍາມໃດກໍ່ພ້ອມກັບປະຊາຄົມສາກົນ, ປະກອບສ່ວນເພີ່ມພູນຄູນສ້າງສັນຕິພາບ, ຊຸກຍູ້ການຮ່ວມມື ແລະພັດທະນາແບບຍືນຍົງ.

ພ້ອມກັນນັ້ນ, ຫວຽດນາມ ຍັງຕັ້ງໜ້າຊຸກຍູ້ບັນດາບຸລິມະສິດ ແລະ ຂໍ້ລິເລີ່ມທີ່ສອດຄ່ອງກັບຄວາມເອົາໃຈໃສ່ລວມຂອງປະຊາຄົມສາກົນ ແລະມີລັກສະນະເປັນຂີດໝາຍຂອງຫວຽດນາມ.

ດ້ວຍບັນດາບາດກ້າວຫັນປ່ຽນຢ່າງແຂງແຮງຈາກຈິນຕະນາການຈົນເຖິງການກະທຳ, ການທູດຫຼາຍຝ່າຍໄດ້  ແລະຈະສວມບົດບາດຕັ້ງໜ້າໃນພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ນັກຂ່າວ: ຕາມທ່ານຮອງລັດຖະມົນຕີ, ເພື່ອເສີມຂະຫຍາຍບົດບາດນໍາໜ້າ, ສຳຄັນ ແລະເປັນປົກກະຕິຂອງຂະແໜງການທູດຫວຽດນາມ ນັ້ນທິດທາງຍຸດທະສາດຂອງຂະແໜງການທູດຫຼາຍຝ່າຍ ໃນໄລຍະຈະມາເຖິງ ແມ່ນຫຍັງ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ການທູດຫຼາຍຝ່າຍໄດ້ສວມບົດບາດສຳຄັນຍິ່ງໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ຂອງຂະແໜງການທູດເວົ້າສະເພາະ ແລະຂອງທົ່ວປະເທດເວົ້າລວມໃນສັງກາດບືນຕົວຂຶ້ນຂອງຊາດຢ່າງມີໄຊ. ວຽກງານການທູດຫຼາຍຝ່າຍໃນໄລຍະຈະມາເຖິງຕ້ອງກຳນົດທິດທາງຍຸດທະສາດດັ່ງນີ້:

ທີໜຶ່ງ, ການທູດຫຼາຍຝ່າຍຕ້ອງສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດຂອງຊາດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປັບປຸງຄວາມໝັ້ນຄົງຍຸດທະສາດ.

ທີສອງ, ການທູດຫຼາຍຝ່າຍຕ້ອງເສີມຂະຫຍາຍບົດບາດນໍາໜ້າໃນການສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງປະເທດ, ເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍກ່ຽວກັບເສດຖະກິດ, ການຄ້າ, ລະດົມແຫຼ່ງກຳລັງ, ພູມປັນຍາ ແລະບົດຮຽນຈາກສາກົນ.

ທີສາມ, ການທູດຫຼາຍຝ່າຍຕ້ອງສືບຕໍ່ຍົກສູງຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງ, ທັດສະນະຂອງຫວຽດນາມ ໂດຍຜ່ານການປະກອບສ່ວນຢ່າງແທດຈິງກວ່າອີກທາງດ້ານແນວຄວາມຄິດ, ປະຊາຊົນ, ແຫຼ່ງກຳລັງໃນການແກ້ໄຂບັນດາບັນຫາລວມ ແລະວິວັດການຫຼາຍຝ່າຍທີ່ສຳຄັນ.

ທີສີ່, ການທູດຫຼາຍຝ່າຍຕ້ອງຕັ້ງໜ້າປະກອບສ່ວນເປີດກວ້າງ ແລະຮັດແໜ້ນການພົວພັນສອງຝ່າຍກັບບັນດາປະເທດກວ່າອີກ, ໂດຍສະເພາະແມ່ນບັນດາປະເທດໃຫຍ່, ຄູ່ຮ່ວມມືສຳຄັນ, ບັນດາປະເທດເພື່ອນມິດ; ຜ່ານນັ້ນສ້າງທ່າສະຫຼັບຜົນປະໂຫຍດ, ຊ່ວຍໃຫ້ຫວຽດນາມ ມີຖານະບົດບາດທີ່ຕັ້ງນັບມື້ນັບສຳຄັນໃນນະໂຍບາຍການຕ່າງປະເທດຂອງບັນດາປະເທດ.

ນັກຂ່າວ: ຕາມທ່ານຮອງລັດຖະມົນຕີ, ຂະແໜງການທູດ ຄວນເຮັດຫຍັງແດ່ ເພື່ອຜັນຂະຫຍາຍປະຕິບັດໜ້າທີ່ການທູດຫຼາຍຝ່າຍທີ່ສຳຄັນໃນປັດຈຸບັນ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ທີໜຶ່ງ, ເພື່ອຜັນຂະຫຍາຍປະຕິບັດຢ່າງຮອບດ້ານ ແລະມີປະສິດທິຜົນ, ໝູນໃຊ້ການທູດຫຼາຍຝ່າຍ ເພື່ອຮັບໃຊ້ບັນດາເປົ້າໝາຍພັດທະນາຂອງປະເທດ, ຕ້ອງເພີ່ມທະວີຄວາມຮັບຮູ້ ແລະປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ, ປ່ຽນແປງຈິນຕະນາການຢ່າງເລິກເຊິ່ງ ແລະຮອບດ້ານກວ່າອີກກ່ຽວກັບການທູດຫຼາຍຝ່າຍ. ຕ້ອງຊາບຊຶມ, ຜັນຂະຫຍາຍປະຕິບັດບັນດາເອກະສານຊີ້ນຳທີ່ມີລັກສະນະກໍານົດທິດຂອງພັກ ຢ່າງມີປະສິດທິຜົນ, ໃນນັ້ນມີມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ມະຕິເລກທີ 59-NQ/TW ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່, ຄໍາສັ່ງເລກທີ 25-CT/TW ຂອງຄະນະເລຂາທິການກ່ຽວກັບການຍູ້ແຮງ ແລະເພີ່ມທະວີການພົວພັນທາງການທູດຫຼາຍຝ່າຍ ຮອດປີ 2030, ບົດສະຫຼຸບສະບັບເລກທີ 59-KL-TW ກ່ຽວກັບການກໍານົດທິດເຂົ້າຮ່ວມອາຊຽນ ຮອດປີ 2030...

ຄຽງຄູ່ກັນນັ້ນ, ຕ້ອງມີການຫັນປ່ຽນຈິນຕະນາການຢ່າງແຂງແຮງກວ່າອີກຈາກ “ການເຂົ້າຮ່ວມ” ໄປສູ່ “ການເປັນເຈົ້າການເຂົ້າຮ່ວມ”; ວາງການກຳນົດທິດເຂົ້າຮ່ວມລະບອບລະບຽບການຫຼາຍຝ່າຍຢູ່ພາກພື້ນ ແລະທົ່ວໂລກ ຢ່າງມີຈຸດສຸມ ແລະມີປະສິດທິຜົນຢ່າງແທ້ຈິງ...

ທີສອງ, ສືບຕໍ່ສ້າງ ແລະປັບປຸງຂອບນິຕິກຳ, ຂໍ້ກໍານົດ, ກົນໄກ, ນະໂຍບາຍຜັນຂະຫຍາຍ, ປະຕິບັດຢູ່ພາຍໃນປະເທດເພື່ອລົບລ້າງບັນດາຈຸດອຸດຕັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການເພີ່ມທະວີການທູດຫຼາຍຝ່າຍຢ່າງຮອບດ້ານ, ມີປະສິດທິຜົນ ແລະເຂັ້ມແຂງ, ລວມມີການປະຕິບັດສົນທິສັນຍາ, ຂໍ້ຕົກລົງ ແລະຄຳໝັ້ນສັນຍາສາກົນຢ່າງມີປະສິດທິຜົນ.

ທີສາມ, ເພີ່ມທະວີການລົງທຶນດ້ານການເງິນ ແລະຊັບພະຍາກອນມະນຸດໃຫ້ແກ່ວຽກງານການທູດຫຼາຍຝ່າຍ, ເພື່ອໃຫ້ສົມກັບກໍາລັງບົົ່ມຊ້ອນ ແລະຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ. ພິເສດແມ່ນຕ້ອງບໍາລຸງ ແລະກໍ່ສ້າງຖັນແຖວພະນັກງານທີ່ເຮັດວຽກງານການທູດຫຼາຍຝ່າຍໃຫ້ໝັ້ນຄົງເຂັ້ມແຂງ, ເປັນມືອາຊີບ, ມີຄຸນທາດການເມືອງຢ່າງຄົບຖ້ວນ, ມີຄວາມຮູ້ຄວາມສາມາດ, ມີທັກສະຫຼາຍຝ່າຍ...

ທີສີ່, ຮັບປະກັນການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງທຸກຂະແໜງການ, ທຸກຂັ້ນ, ໂດຍສະເພາະແມ່ນຜ່ານກົນໄກປະສານງານ, ແລກປ່ຽນຢ່າງເປັນປະຈຳລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອຮັບປະກັນຄວາມເປັນເອກະພາບທາງດ້ານຈິນຕະນາການ ແລະຄວາມເຫັນດີເຫັນພ້ອມໃນການເຄື່ອນໄຫວ.

ສຸດທ້າຍແມ່ນຕ້ອງຍົກສູງຄຸນນະພາບ ແລະລັກສະນະເປັນເຈົ້າການໃນການຕິດຕາມກວດກາ, ຄົ້ນຄວ້າ, ຄາດຄະເນຢ່າງທັນການ, ເປັນເສນາທິການທາງດ້ານຍຸດທະສາດ, ກໍາແໜ້ນສະພາບການສາກົນ ແລະພາກພື້ນ, ສະຖານະການຍຸດທະສາດ, ທ່າອ່ຽງຂອງໂລກ, ບັນດາບັນຫາຫຼາຍຝ່າຍ ກໍຄື ນະໂຍບາຍຫຼາຍຝ່າຍຂອງບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດໃຫຍ່ ແລະບັນດາຄູ່ຮ່ວມມືທີ່ສຳຄັນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ສະຖານະການໃໝ່ເພື່ອໃຫ້ຂະແໜງການທູດ ສືບຕໍ່ຮ່ວມເດີນທາງກັບປະເທດ ກ້າວເຂົ້າສູູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ ຢ່າງໝັ້ນຄົງ.

ນັກຂ່າວ: ຂໍຂອບໃຈ ທ່ານຮອງລັດຖະມົນຕີ!

ໂດຍ: ໄຊຊະນະ