ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຊົມເຊີຍທ່ານນາງ Penny Wong ກັບຄືນມາຫວຽດນາມ, ຕີລາຄາສູງບັນດາການປະກອບສ່ວນຂອງທ່ານນາງ Penny Wong ແລະການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງກະຊວງການຕ່າງປະເທດ ໃນການຊຸກຍູ້ການພົວພັນຫວຽດນາມ - ອົດສະຕາລີ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແຂງແຮງ ແລະມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອົດສະຕາລີ ໃນເກືອບທຸກຂົງເຂດ. ວົງເງິນການຄ້າສອງສົ້ນບັນລຸການເຕີບໂຕຢ່າງໝັ້ນທ່ຽງ, ບັນລຸກວ່າ 14 ຕື້ໂດລາສະຫະລັດ ໃນປີ 2024; ສອງຝ່າຍກໍ່ຕັ້ງໜ້າເປີດກວ້າງບັນດາຕະຫຼາດຜະລິດຕະພັນກະເສດຂອງກັນ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງເລື່ອງອົດສະຕາລີ ເພີ່ມ ODA ໃຫ້ຫວຽດນາມ ຂຶ້ນເຖິງ 96,6 ລ້ານໂດລາອົດສະຕາລີ.
ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ພ້ອມທັງສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ ເພື່ອປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຈັດຕັ້ງບັນດາກົນໄກເຈລະຈາ, ປຶກສາຫາລືເປັນປະຈໍາ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຕັ້ງໜ້າແລກປ່ຽນມາດຕະການນໍາວົງເງິນການຄ້າສອງສົ້ນໃຫ້ເຕີບໂຕສູງກວ່າອີກ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ 2 ຝ່າຍຊຸກຍູ້ ແລະເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ພິເສດແມ່ນການຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງທາງໄຊເບີ, ຫັນເປັນດີຈີຕອນ, ໜູນຊ່ວຍອຸປະກອນ ເພື່ອຍົກສູງກຳລັງຄວາມສາມາດຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ແບ່ງປັນວິໄສທັດ ແລະຍຸດທະສາດຂອງຫວຽດນາມ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນ; ທ່ານ ຫວັງວ່າ 2 ຝ່າຍຈະມີບາດກ້າວບຸກທະລຸໃນການຮ່ວມມືໃນຂົງເຂດນີ້, ພິເສດແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພັດທະນາເຕັກໂນໂລຊີຊີວະພາບ...
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານນາງ Penny Wong ລັດຖະມົນຕີການຕ່າງປະເທດ ອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ Penny Wong ຢືນຢັນວ່າ, ລັດຖະບານ ອົດສະຕາລີ ຖືເປັນສໍາຄັນບົດບາດຂອງຫວຽດນາມ ໃນພາກພື້ນ ກໍ່ຄືການພົວພັນຫວຽດນາມ - ອົດສະຕາລີ ແລະປາດຖະໜາຢາກແລກປ່ຽນບັນດາມາດຕະການພັດທະນາການພົວພັນ 2 ຝ່າຍເລິກເຊິ່ງ ກວ້າງຂວາງກວ່າອີກ. ທ່ານນາງ Penny Wong ເນັ້ນໜັກວ່າ: ສອງປະເທດ ແບ່ງປັນຫຼາຍທັດສະນະ ແລະວິໄສທັດຮ່ວມກ່ຽວກັບບັນຫາສອງຝ່າຍ, ພາກພື້ນ ແລະສາກົນ, ແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນ.
ທ່ານນາງ Penny Wong ຢືນຢັນຈະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ, ໃນນັ້ນ ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປີດກວ້າງການຮ່ວມມືວິທະຍາສາດ, ເຕັກໂນໂລຢີ, ຫັນປ່ຽນດີຈີຕອນ ແລະນະວັດຕະກໍາ, ການສຶກສາ ແລະບໍາລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານບັນດາໂຄງການ ODA ແລະກອງທຶນລົງທຶນ. ທ່ານນາງ Penny Wong ກໍ່ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການສົມທົບກັນລະຫວ່າງ 2 ປະເທດ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະເຄົາລົບກົດໝາຍສາກົນຢູ່ພາກພື້ນ, ເຊີດຊູຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະສິດເສລີໃນການເດີນເຮືອ ແລະການບິນ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982).
ໃນວັນດຽວກັນ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານນາງ Penny Wong ລັດຖະມົນຕີການຕ່າງປະເທດອົດສະຕາລີ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີ 7.
ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸເປົ້າໝາຍ 20 ຕື້ໂດລາສະຫະລັດ ແລະເພີ່ມການລົງທຶນທົບສອງເທົ່າ ຄືໄດ້ຍົກອອກຢູ່ກອງປະຊຸມຍຸດທະສາດເພີ່ມທະວີການຮ່ວມມືເສດຖະກິດ (EEES). ທ່ານ ບຸ່ຍແທງເຊີນ ໄດ້ຊົມເຊີຍ ອົດສະຕາລີ ຍູ້ແຮງການຜັນຂະຫຍາຍຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຮອດປີ 2040 ຢູ່ຫວຽດນາມ. ພ້ອມທັງ, ສະເໜີສອງຝ່າຍຊຸກຍູ້ ແລະສ້າງບາດກ້າວບຸກທະລຸໃນຂົງເຂດການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ໃນນັ້ນ ມີການຜັນຂະຫຍາຍການຄົ້ນຄວ້າຮ່ວມ.
ທ່ານນາງ Penny Wong ໄດ້ສະເໜີໃຫ້ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ອົດສະຕາລີ ມີຄວາມສາມາດບົ່ມຊ້ອນ ແລະທ່າແຮງ ຄື: ການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ, ການຫັນປ່ຽນພະລັງງານ, ການຫັນເປັນດີຈີຕອນ ແລະນະວັດຕະກຳ; ຢືນຢັນຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການຄົ້ນຄວ້າ ແລະພັດທະນາເຕັກໂນໂລຊີໃໝ່, ເຕັກໂນໂລຊີສີຂຽວ, ພັດທະນາພື້ນຖານໂຄງລ່າງເພື່ອຫັນປ່ຽນພະລັງງານ ແລະພື້ນຖານໂຄງລ່າງດີຈີຕອນ, ຍົກສູງຄວາມສາມາດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານບັນດາໂຄງການ ODA ແລະການລົງທຶນ.
ລັດຖະມົນຕີ 2 ທ່ານ ກໍ່ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະຕີລາຄາສະພາບການພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະສິດເສລີໃນການເດີນເຮືອ ແລະການບິນ, ເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS ປີ 1982.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ເຫັນດີເປັນເອກະສັນອອກຖະແຫຼງການຮ່ວມກ່ຽວກັບກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ - ອົດສະຕາລີ ຄັ້ງທີ 7 ແລະແລກປ່ຽນຈົດໝາຍທາງການສ້າງກົນໄກປຶກສາຫາລືນະໂຍບາຍການຕ່າງປະເທດຄືນໃໝ່ລະຫວ່າງສອງກະຊວງການຕ່າງປະເທດ.
ໂດຍ: ໄຊນີດາ