ຫວຽດນາມ-ສະຫະພັນລັດເຊຍ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ
ກປ.ອອນໄລ - ຕອນບ່າຍວັນທີ 22 ສິງຫາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ, ປະທານອະນຸກຳມະການຫວຽດນາມ ໃນຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ, ເຕັກນິກໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Dmitry Chernyshenko ຮອງນາຍົກລັດຖະມົນຕີ, ປະທານອະນຸກຳມະການສະຫະພັນລັດເຊຍ.
ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະເປີດກວ້າງຕະຫຼາດລະຫວ່າງສອງປະເທດຍັງໃຫຍ່ທີ່ສຸດ; ພ້ອມທັງເຫັນດີເພີ່ມທະວີການສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການສົ່ງອອກໄປຍັງຕະຫຼາດຂອງແຕ່ລະປະເທດ ແລະສະຫະພັນເສດຖະກິດ ອາຊີ-ເອີລົບ ສໍາລັບຂະແໜງການທີ່ມີທ່າແຮງ, ຄື: ຜະລິດຕະພັນກະເສດ, ສະບຽງອາຫານ, ຕໍ່າແຜ່ນຕັດຫຍິບ, ເຄື່ອງບໍລິໂພກ... ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມືດ້ານການຂຸດຄົ້ນນ້ຳມັນອາຍແກັສ, ໂຄງການ LNG; ພ້ອມທັງປຶກສາຫາລືທິດທາງແກ້ໄຂຂໍ້ຕິດຂັດໃນການຜັນຂະຫຍາຍໂຄງການໂຮງງານໄຟຟ້ານິວເຄຼຍຢູ່ ນີງທ້ວນ.
    |
 |
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Dmitry Chernyshenko ຮອງນາຍົກລັດຖະມົນຕີລັດເຊຍ. ພາບ: VGP |
ສ່ວນທ່ານຮອງນາຍົກລັດຖະມົນຕີ Dmitry Chernyshenko ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງສອງປະເທດ; ສະເໜີໃຫ້ສອງຝ່າຍສືບຕໍ່ປະຕິບັດຂັ້ນຕອນແຜນການສັງລວມການຮ່ວມມື ຫວຽດນາມ-ສະຫະພັນ ລັດເຊຍ ຮອດປີ 2030, ພິເສດແມ່ນໃນຂົງເຂດອຸດສາຫະກຳ, ກະສິກຳ, ສາທາລະນະສຸກ, ການຄ້າ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປາດຖະໜາວ່າ ສະຫະພັນລັດເຊຍ ຈະສືບຕໍ່ໜູນຊ່ວຍການບໍາລຸງສ້າງນັກຊ່ຽວຊານກຳລັງຄວາມສາມາດຢ່າງພຽງພໍຮັບ ແລະການເຄື່ອນໄຫວເຕັກໂນໂລຢີໃນບັນດາໂຄງການຮ່ວມມືສອງຝ່າຍ. ຫວຽດນາມ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບສະຫະພັນລັດເຊຍ ໃນຂົງເຂດປັນຍາປະດິດ; ຊົມເຊີຍຂໍ້ລິເລີ່ມຂອງສະຫະພັນລັດເຊຍ ກ່ຽວກັບການກໍ່ສ້າງໂຮງຮຽນຂອງສະຫະພັນລັດເຊຍ ຢູ່ຫວຽດນາມ ດ້ວຍຫຼັກສູດການສຶກສາທີ່ທັນສະໄໝ, ຖືວ່ານີ້ແມ່ນໂຄງການມີຄວາມໝາຍສຳຄັນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ຮ່າໂນ້ຍ ໄດ້ຈັດວາງສະຖານທີ່, ພ້ອມແລ້ວທີ່ຈະສົມທົບກັນຜັນຂະຫຍາຍໂຄງການເຮືອນມົດສະກູ ຢູ່ຮ່າໂນ້ຍ; ສະເໜີຈັດຕັ້ງການເຈລະຈາຂັ້ນລັດຖະບານ, ກະຊວງ ແລະຂະແໜງການໂດຍໄວເພື່ອແກ້ໄຂບັນດາບັນຫາຮີບດ່ວນ, ສໍາຄັນໃນບັນດາໂຄງການຮ່ວມມືລົງທຶນສຳຄັນ, ຄື: ໄຟຟ້ານິວເຄຼຍ, ເປີດກວ້າງການຄ້າ ແລະການລົງທຶນລະຫວ່າງວິສາຫະກິດສອງປະເທດ.
ໂດຍ: ເຈິ່ນຮວ່ຽນ