ປະທານປະເທດ ເລືອງເກື່ອງ ຕ້ອນຮັບຫົວໜ້າຄະນະຊາວໜຸ່ມພັກປະຊາທິປະໄຕເສລີ ຍີ່ປຸ່ນ (LDP)
ກປ.ອອນໄລ - ວັນທີ 22 ສິງຫາ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Nakasone Yasutaka, ສະມາຊິກສະພາຕໍ່າ, ຫົວໜ້າຄະນະຊາວໜຸ່ມພັກປະຊາທິປະໄຕເສລີຍີ່ປຸ່ນ (LDP) ພ້ອມດ້ວຍຄະນະຜູ້ແທນຄະນະຊາວໜຸ່ມພັກ LDP ລວມມີ 60 ທ່ານແມ່ນບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າພາກເອກະຊົນ ແລະນັກຮຽນ, ນັກສຶກສາ, ທີ່ພວມມີການຢ້ຽມຢາມຫວຽດນາມ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ສະເໜີວ່າ ຄະນະຊາວໜຸ່ມ LDP ມານະພະຍາຍາມຊຸກຍູ້ການຢ້ຽມຢາມ, ການພົບປະລະຫວ່າງການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ, ສະມາຊິກສະພາແຫ່ງຊາດ ແລະການພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນສອງປະເທດ ຫວຽດນາມ-ຍີ່ປຸ່ນ; ຍີ່ປຸ່ນ ໜູນຊ່ວຍຫວຽດນາມ ປະຕິບັດຫັນເປັນອຸດສາຫະກຳ ແລະທັນສະໄໝປະເທດ, ປະຕິບັດເປົ້າໝາຍພັດທະນາ, ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງກວ່າເຂົ້າໃນລະບົບຕ່ອງໂສ້ຕອບສະໜອງຂອງຍີ່ປຸ່ນ, ຊຸກຍູ້ການຮ່ວມມືໃນຂົງເຂດປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ຕິດພັນກັບຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Nakasone Yasutaka ຫົວໜ້າຄະນະຊາວໜຸ່ມພັກປະຊາທິປະໄຕເສລີ ຍີ່ປຸ່ນ (LDP). ພາບ: qdnd.vn |
ສ່ວນທ່ານຫົວໜ້າຄະນະຊາວໜຸ່ມພັກ LDP ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືລະຫວ່າງຄະນະຊາວໜຸ່ມພັກ LDP ກັບສະມາຊິກລັດຖະສະພາໜຸ່ມ, ຊາວໜຸ່ມຂອງຫວຽດນາມ; ພ້ອມທັງເນັ້ນໜັກວ່າ ເລື່ອງ ຍີ່ປຸ່ນ ປາດຖະໜາຢາກຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມື ODA ແລະ FDI ຄຸນນະພາບສູງຢູ່ຫວຽດນາມຫຼາຍກວ່າອີກ, ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ເຄິ່ງຊັກນຳໄຟຟ້າ ແລະຜັນຂະຫຍາຍການຮ່ວມມືໃນບັນດາເນື້ອໃນຂອງເສົາຄໍ້າໃໝ່ກ່ຽວກັບວິທະຍາສາດ-ເຕັກໂນໂລຢີ; ຢືນຢັນວ່າ ພັກກຳອຳນາດ LDP ປາດຖະໜາຢາກສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດ, ເຮັດວຽກສະດວກກວ່າອີກໃຫ້ປະຊາຄົມຊາວຫວຽດນາມ ກວ່າ 600.000 ຄົນ ພວມດຳລົງຊີວິດ ແລະຮໍ່າຮຽນຢູ່ ຍີ່ປຸ່ນ.
ທີ່ການຕ້ອນຮັບ, ຜູ້ແທນຈຳນວນໜຶ່ງກໍ່ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມື, ການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນສອງປະເທດຜ່ານການພົບປະແລກປ່ຽນປະຊາຊົນ, ການລົງທຶນ, ການຮ່ວມມືການທ່ອງທ່ຽວ...; ຢືນຢັນການຮ່ວມມືຢ່າງແໜ້ນແຟ້ນເຂົ້າຜົນສຳເລັດຂອງ “ວັນຫວຽດນາມ” ຢູ່ Expo Osaka 2025.
ໂດຍ: ເຈິ່ນຮວ່ຽນ