leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: moit.gov.vn

ກອງປະຊຸມຄັ້ງທີ 3 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ອາແຊັກໄບຊານ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ ຈັດຂຶ້ນໃນວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ແລະທ່ານ Parviz Shahbazov ລັດຖະມົນຕີກະຊວງພະລັງງານອາແຊັກໄບຊານ.

ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນ ແລະເປັນເອກະພາບ 17 ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ດ້ວຍ 58 ເນື້ອໃນຮ່ວມມືລະອຽດໃນໄລຍະ 2025-2027. ໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດນ້ຳມັນອາຍແກັດ, ຖືນີ້ແມ່ນທິດບຸລິມະສິດມີລັກສະນະຍຸດທະສາດຢ່າງຍາວນານລະຫວ່າງ 2 ປະເທດ; ຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານພະລັງງານລະຫວ່າງ 2 ກະຊວງໃຫ້ມີປະສິດທິຜົນ. ດ້ານອື່ນ, 2 ຝ່າຍກໍ່ຕັ້ງໜ້າຄົ້ນຄວ້າ ແລະຊຸກຍູ້ການຮ່ວມມືໃນຂົງເຂດໃໝ່, ຄື: ພະລັງງານຜະລິດຄືນໃໝ່, ການຫັນປ່ຽນພະລັງງານ, ຂົງເຂດເຕັກໂນໂລຊີສູງເພື່ອແນໃສ່ສ້າງພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ສີຂຽວ, ສະອາດ ແລະພັດທະນາແບບຍືນຍົງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ