leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຫງວຽນຈີ້ຢຸງ ຊົມເຊີຍບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະມີແຜນການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ໂດຍສະ ເພາະແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ; ສະເໜີບັນດາວິສາຫະກິດ ເຮັດວຽກກັບບັນດາທ້ອງຖິ່ນ ເພື່ອໄດ້ຮັບຄໍາແນະນໍາຢ່າງລະອຽດ, ສ້າງໂຄງການ ແລະປະຕິບັດຕາມລະບຽບກົດໝາຍ.

leftcenterrightdel
ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ກັບບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານຮອງນາຍົກລັດຖະມົນຕີ  ແລ້ວ, ບັນດາວິສາຫະກິດ ສາມາດເຂົ້າຮ່ວມກັບຫວຽດນາມ ໃນຫຼາຍເນື້ອໃນວຽກງານ, ຄື: ການໜູນຊ່ວຍດ້ານການເງິນ ແລະຕັກນິກໃຫ້ແກ່ໂຄງການທົດລອງ; ການຮ່ວມມືຄົ້ນຄວ້າ, ຖ່າຍທອດ ເຕັກໂນໂລຊີການບໍລິຫານ; ການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດ. ຄຽງຂ້າງນັ້ນ, ບັນດາວິສາຫະກິດ ສາມາດເຂົ້າຮ່ວມໂດຍກົງໃນການລົງທຶນ ພັດທະນາບັນດາໂຄງການຕົວເມືອງອັດສະລິຍະຢູ່ບັນດາທ້ອງຖິ່ນທີ່ມີຄວາມ ສາມາດບົ່ມຊ້ອນ, ກ່ອນອື່ນແມ່ນສາມາດທົດລອງຢູ່ບາງຫົວໜ່ວຍຕົວເມືອງ ນ້ອຍ (ຕາແສງ).

ທ່ານ ຫງວຽນຈີ້ຢຸງ ຢືນຢັນວ່າ ລັດຖະບານຫວຽດນາມ ຈະຮ່ວມເດີນທາງ, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດຈີນ ເວົ້າລວມ  ເວົ້າສະເພາະແມ່ນບໍລິສັດພື້ນຖານໂຄງລ່າງ CCC, ກຸ່ມບໍລິສັດ Hero Shenzhen ລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ຢ່າງມີປະສິດທິຜົນ.

ໂດຍ: ກວຽດເຕິມ