ທີ່ການພົບປະ, ທ່ານ ບຸ່ຍແທງເຊີນ ໄດ້ສະເໜີໃຫ້ສອງກະຊວງການຕ່າງປະເທດສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນການຊຸກຍູ້ການຢ້ຽມຢາມຂັ້ນສູງ ແລະຜັນຂະຫຍາຍບັນດາຂໍ້ຕົກລົງຢ່າງມີປະສິດທິຜົນ, ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ Ung Rachana ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ. ພາບ: baoquocte.vn

ທ່ານ Ung Rachana ສະແດງຄວາມເຫັນດີກັບການຕີລາຄາ, ແບ່ງປັນບົດຮຽນຂອງທ່ານ ບຸ່ຍແທງເຊີນ; ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດ, ພ້ອມທັງຢືນຢັນວ່າ ກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ ຈະສືບຕໍ່ຊຸກຍູ້ການຮ່ວມມືແທດຈິງກັບກະຊວງການຕ່າງປະເທດຫວຽດນາມ, ຍົກສູງປະສິດທິຜົນຂອງກອງປະຊຸມປຶກສາຫາລື ແລະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ທັດສະນະ ແລະບົດຮຽນໃນວຽກງານການຕ່າງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ກອງປະຊຸມປຶກສາຫາລືດ້ານການເມືອງ ແມ່ນກົນໄກຮ່ວມມືທີ່ດີເພື່ອສອງກະຊວງເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ເພີ່ມທະວີການສົມທົບກັນລະຫວ່າງສອງຝ່າຍ ແລະຫຼາຍຝ່າຍ, ເສີມຂະຫຍາຍບົດບາດຊຸກຍູ້ການຫັນບັນດາຂໍ້ຕົກລົງຂັ້ນສູງປະກົດຜັນເປັນຈິງ ກໍ່ຄືການຮ່ວມມືລະຫວ່າງກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຮ່ວມມື ຫວຽດນາມ-ກໍາປູເຈຍ.

ໂດຍ: ຈາງຫງວຽນ