ກໍາລັງໜູນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການຕ່າງປະເທດ ເຂດປົກຄອງຕົນເອງເຜົ່າ ຈ້ວງ ກວາງຊີ, ຈີນ ນໍາໂດຍ ທ່ານ Wei Ran, ຫົວໜ້າພະແນກການຕ່າງປະເທດ, ປະທານສະມາຄົມມິດຕະພາບການທູດປະຊາຊົນ ເຂດປົກຄອງຕົນເອງເຜົ່າ ຈ້ວງ ກວາງຊີ ພວມມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ກ່າວຄຳເຫັນທີ່ການພົບປະ, ທ່ານ ຟານແອງເຊີນ ໃຫ້ຮູ້ວ່າ: ແຕ່ຕົ້ນປີມາຮອດປະຈຸບັນ, ສອງປະເທດໄດ້ຜັນຂະຫຍາຍການເຄື່ອນໄຫວທີ່ມີຄວາມໝາຍສຳຄັນຫຼາຍຢ່າງ, ໃນນັ້ນມີການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ໃນນັ້ນພິເສດແມ່ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ຈິດໃຈຊີ້ນໍາລວມຂອງການນຳຂັ້ນສູງສອງປະເທດ ແມ່ນເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ໃຫ້ນັບມື້ນັບເລິກເຊິ່ງກ່ວາອີກ, ໃນນັ້ນຊ່ອງທາງການທູດປະຊາຊົນຕ້ອງເສີມຂະຫຍາຍບົດບາດ ແລະປະກອບສ່ວນຢ່າງຕັ້ງໜ້າ.
    |
 |
ບັນຍາກາດທີ່ການຕ້ອນຮັບຄະນະຜູ້ແທນການຕ່າງປະເທດ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ, ຈີນ. ພາບ: qdnd.vn |
ທ່ານ Wei Ran ເນັ້ນໜັກວ່າ, ດ້ວຍຄວາມເອົາໃຈໃສ່, ການກໍານົດທິດ ແລະຊີ້ນໍາລວມຂອງການນຳສອງປະເທດ, ການຮ່ວມມືທ້ອງຖິ່ນລະຫວ່າງຈີນ-ຫວຽດນາມ ຈະສືບຕໍ່ພັດທະນາ ແລະເຂົ້າສູ່ລວງເລິກ. ທ່ານ Wei Ran ປາດຖະໜາຢາກສືບຕໍ່ຮັກສາກົນໄກພົບປະແລກປ່ຽນ, ການຮ່ວມມື ແລະແຮກສ່ຽວກັບບັນດາທ້ອງຖິ່ນຂອງຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ພາຍຫຼັງບັນດາທ້ອງຖິ່ນຂອງຫວຽດນາມ ໂຮມເຂົ້າກັນ, ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດ ຈະບັນລຸໄດ້ໝາກຜົນຫຼາຍກວ່າອີກ, ການພົວພັນແຮກສ່ຽວລະຫວ່າງບັນດານະຄອນ ຈະດີງາມກວ່າໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້, ທ່ານ ຟານແອງເຊີນ ແລະ ທ່ານ Wei Ran ໄດ້ປຶກສາຫາລືກ່ຽວກັບບາງມາດຕະການເພື່ອສືບຕໍ່ຮັກສາກົນໄກແຮກສ່ຽວລະຫວ່າງບັນດາທ້ອງຖິ່ນຂອງກວາງຊີ ແລະບັນດາທ້ອງຖິ່ນຂອງຫວຽດນາມ ພາຍຫຼັງການໂຮມເຂົ້າກັນ ກໍ່ຄື ບັນດາມາດຕະການເພື່ອສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືທ້ອງຖິ່ນລະຫວ່າງສອງປະເທດ.
ໂດຍ: ຈາງຫງວຽນ