ທ່ານປະທານປະເທດ ເນັ້ນໜັກວ່າ ກອງປະຊຸມ ABAC III ຄັ້ງນີ້ໄດ້ຖືວ່າແມ່ນໜຶ່ງໃນບັນດາເຫດການທຳອິດເລີ່ມວິວັດທະນາການເປັນເຈົ້າພາບຈັດຕັ້ງປີ APEC 2027 ຂອງຫວຽດນາມ; ຫວັງວ່າປະຊາຄົມວິສາຫະກິດບັນດາພື້ນຖານເສດຖະກິດສະມາຊິກຈະເອົາໃຈໃສ່, ສະໜັບສະໜູນ ແລະຮ່ວມເດີນທາງເພື່ອຫວຽດນາມ ດໍາລົງຕໍາເໜ່ງເປັນເຈົ້າພາບ APEC 2027 ເປັນຢ່າງດີ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Hyun Sang Cho ປະທານສະພາທີ່ປຶກສາທຸລະກິດ APEC 2025. ພາບ: qdnd.vn

ທ່ານ Hyun Sang Cho ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການເຂົ້າຮ່ວມຂອງທ່ານປະທານປະເທດ ແລະການນຳພັກ, ລັດຫວຽດນາມ ຢູ່ ABAC III ກໍ່ຄືທີ່ກອງປະຊຸມສົ່ງເສີມການລົງທຶນຫ໋າຍຟ່ອງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນ ແລະສະໜັບສະໜູນຂອງຫວຽດນາມ ສໍາລັບປະຊາຄົມວິສາຫະກິດສາກົນ, ພິສູດໃຫ້ເຫັນຄວາມມານະພະຍາຍາມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ເພີ່ມທະວີການເຈລະຈາລະຫວ່າງພາກລັດແລະເອກະຊົນ ກໍ່ຄືໜູນຊ່ວຍວິສາຫະກິດຕ່າງປະເທດລົງທຶນໃນໄລຍະຍາວ, ມີປະສິດທິຜົນ ແລະຍືນຍົງຢູ່ຫວຽດນາມ.

ແບ່ງປັນຄຳເຫັນຂອງທ່ານປະທານ ABAC, ທ່ານປະທານປະເທດ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນດ້ານການຄ້າ-ການລົງທຶນຫວຽດນາມ ກັບບັນດາພື້ນຖານເສດຖະກິດສະມາຊິກ APEC ໃນໄລຍະຜ່ານມາມີບາດກ້າວພັດທະນາເປັນໜ້າຮັບຮູ້; ພ້ອມກັນນັ້ນ, ຢືນຢັນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ອຳນວຍຄວາມສະດວກໃຫ້ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດສະມາຊິກ ABAC ມີຄວາມອຸ່ນອ່ຽນໃຈໃນການລົງທຶນ, ການເຄື່ອນໄຫວໄລຍະຍາວ ແລະປະສົບຜົນສຳເລັດຢູ່ຫວຽດນາມ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Hyun Sang Cho ປະທານສະພາທີ່ປຶກສາທຸລະກິດ APEC 2025. ພາບ: qdnd.vn

ຕີລາຄາສູງການເຄື່ອນໄຫວລົງທຶນຂອງກຸ່ມບໍລິສັດ Hyosung ຢູ່ຫວຽດນາມ, ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຊົມເຊີຍ ແລະສົ່ງເສີມນັກລົງທຶນໃນຂົງເຂດເຕັກໂນໂລຢີສູງຕາມກໍານົດທິດຍຸດທະສາດພັດທະນາປະເທດ ໂດຍອີງໃສ່ວິທະຍາສາດ-ເຕັກໂນໂລຢີ ແລະນະວັດຕະກໍາ. ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ສະເໜີທ່ານປະທານສະພາ ຈະສືບຕໍ່ປະສານສົມທົບກັບອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຢ່າງແໜ້ນແຟ້ນ, ເປັນຂົວຕໍ່ຊ່ວຍເພີ່ມທະວີການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະບັນດາຄູ່ຮ່ວມມືໃນພາກພື້ນອາຊີ-ປາຊີຟິກ, ປະກອບສ່ວນສ້າງຄວາມວັດທະນາຖາວອນລວມຢູ່ພາກພື້ນ ແລະສາກົນ, ພ້ອມທັງເສີມຂະຫຍາຍບົດບາດທີ່ປຶກສາ, ຮ່ວມເດີນທາງພ້ອມກັບຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ APEC 2027 ຢ່າງສຳເລັດຜົນ.

ໂດຍ: ເຈິ່ນຮວ່ຽນ