ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີກຳນົດບາງຂົງເຂດບຸລິມະສິດຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີການຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານ, ກາລະໂອກາດຮ່ວມມືລະຫວ່າງສອງປະເທດ, ຍູ້ແຮງການຮ່ວມມືຍົກວົງເງິນການຄ້າສູງກວ່າລະດັບ 50 ລ້ານໂດລາສະຫະລັດ ໃນປະຈຸບັນ, ການຮ່ວມມືພັດທະນາຂະແໜງ Halal…, ທ່ານ Mansour Ali Saeed Bajash ສະເໜີຫວຽດນາມ ເຊື່ອມຕໍ່ເພື່ອວິສາຫະກິດເຢແມນ ໄປຍັງຫວຽດນາມ ຖອດຖອນບົດຮຽນ, ໜູນຊ່ວຍເຢແມນ ບໍາລຸງສ້າງພະນັກງານ ຢູ່ສະຖາບັນການທູດ.

leftcenterrightdel
ທ່ານນາງຮອງລັດຖະມົນຕີ ຫງວຽນມີງຮັ່ງ ແລະທ່ານຮອງລັດຖະມົນຕີ Bajash ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສ້າງຕັ້ງກົນໄກປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະເຢແມນ. ພາບ: ກະຊວງການຕ່າງປະເທດ

ເຫັນດີຕໍ່ຂໍ້ສະເໜີຂອງທ່ານຮອງລັດຖະມົນຕີ Bajash, ທ່ານນາງຮອງລັດຖະມົນຕີ ຫງວຽນມີງຮັ່ງ ຢືນຢັນວ່າ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການພັດທະນາເສດຖະກິດ, ເພີ່ມທະວີການຮ່ວມມືດ້ານການສຶກສາ, ການຄ້າ ແລະການຮ່ວມມືໃນຂົງເຂດ Halal.

ໃນຂອບເຂດຫຼາຍຝ່າຍ, ທ່ານຮອງລັດຖະມົນຕີ Bajash ໄດ້ຕີລາຄາສູງບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ, ຢືນຢັນວ່າ ຍາມໃດກໍ່ສະໜັບສະໜູນຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍເຊິ່ງທັງສອງຝ່າຍແມ່ນສະມາຊິກ, ເປັນຕົ້ນແມ່ນສະຫະປະຊາຊາດ.

ເນື່ອງໃນໂອກາດນີ້, ທ່ານນາງ ຮອງລັດຖະມົນຕີ ຫງວຽນມີງຮັ່ງ ແລະທ່ານຮອງລັດຖະມົນຕີ Bajash ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສ້າງຕັ້ງກົນໄກປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ, ສ້າງຂອບເຂດພື້ນຖານສຳຄັນເພື່ອຊຸກຍູ້ການພົວພັນສອງຝ່າຍຮອບດ້ານໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ