leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສະພາທີ່ປຶກສາທຸລະກິດ APEC 2025 (ABAC III). ພາບ: qdnd.vn

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ໃນຕະຫຼອດ 36 ປີແຫ່ງການສ້າງຕັ້ງ ແລະພັດທະນາ, APEC ໄດ້ຢັ້ງຢືນບົດບາດແມ່ນກົນໄກຮ່ວມມືດ້ານເສດຖະກິດແຖວໜ້າຂອງພາກພື້ນ, ແມ່ນກຳລັງໜູນຊຸກຍູ້ການເຕີບໂຕ ແລະເຊື່ອມໂຍງ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ການເຊື່ອມຕໍ່ ແລະຄວາມວັດທະນາຖາວອນຂອງພາກພື້ນ.

ທ່ານປະທານປະເທດ ຕີລາຄາວ່າ, ດ້ວຍບົດບາດແມ່ນກົນໄກຕົວແທນຢ່າງເປັນທາງການຂອງປະຊາຄົມວິສາຫະກິດ ໃນ APEC, ຮັກສາບົດບາດສຳຄັນເປັນຂົວຕໍ່ລະຫວ່າງພາກເອກະຊົນ ແລະການນຳເສດຖະກິດ APEC, ABAC ບໍ່ພຽງແຕ່ສະເໜີບັນດານະໂຍບາຍທີ່ສະດວກໃຫ້ແກ່ເສດຖະກິດເທົ່ານັ້ນ ຫາກຍັງເຂົ້າຮ່ວມການສ້າງມາດຕະການແທດຈິງເພື່ອປັບປຸງລະບົບມູນຄ່າ, ຊຸກຍູ້ການລົງທຶນ ແລະສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ; ພ້ອມທັງເຊື້ອໝັ້ນວ່າ, ບັນດາຂໍ້ລິເລີ່ມຈາກ ABAC ຈະສືບຕໍ່ແມ່ນກຳລັງໜູນໃຫ້ການພັດທະນາແບບຍືນຍົງຂອງພາກພື້ນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ທ່ານປະທານປະເທດ  ຊົມເຊີຍເລື່ອງ ABAC ໄດ້ເລືອກເອົາບັນດາຫົວຂໍ້ປຶກສາຫາລືທີ່ກອງປະຊຸມຄັ້ງນີ້ໂດຍປິ່ນອ້ອມຂົງເຂດແກ່ນສານ, ຄື: ການຄ້າເສລີ ແລະການລົງທຶນແບບຍືນຍົງ; ການຫັນເປັນດີຈີຕອນ ແລະປັນຍາປະດິດ; ການເງິນສີຂຽວ ແລະການພັດທະນາແບບຍືນຍົງ; ຄວາມໝັ້ນຄົງດ້ານສາທາລະນະສຸກ ແລະການປ່ຽນແປງໃໝ່ໃນຂົງເຂດເຕັກໂນໂລຢີຊີວະສາດ; ທ່ານ ເນັ້ນໜັກວ່າ, ນີ້ລ້ວນແຕ່ແມ່ນບັນດາບຸລິມະສິດໃຫຍ່ຂອງຫວຽດນາມ ໃນຍຸດທະສາດພັດທະນາແຫ່ງຊາດຮອດປີ 2030 ແລະວິໄສທັດຮອດປີ 2045. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມື APEC ແລະຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມແນໃສ່ຫັນວິໄສທັດ APEC 2040 ກ່ຽວກັບປະຊາຄົມອາຊີ-ປາຊີຟິກ ເປີດກວ້າງ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະສັນຕິພາບ, ເພື່ອຄວາມວັດທະນາຖາວອນຂອງທຸກຄົນ ແລະຄົນລຸ້ນຫຼັງ ໃຫ້ປະກົດຜົນເປັນຈິງ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມກັບບັນດາຜູ້ແທນພາຍໃນ ແລະຕ່າງປະເທດ ທີ່ກອງປະຊຸມສະພາທີ່ປຶກສາທຸລະກິດ APEC 2025. ພາບ: qdnd.vn

ທ່ານປະທານປະເທດ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມື APEC ຕາມທິດຖືປະຊາຊົນເປັນໃຈກາງ, ຖືວິສາຫະກິດເປັນກຳລັງໜູນ ແລະຖືການພັດທະນາແບບຍືນຍົງເປັນເປົ້າໝາຍ; ພ້ອມທັງໃຫ້ຄໍາໝັ້ນສັນຍາທີ່ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ABAC ໃນການສ້າງຂໍ້ສະເໜີແນະນະໂຍບາຍແທດຈິງ, ສ່ອງແສງຄວາມຄອງຄອຍ ແລະຄວາມຕ້ອງການຂອງປະຊາຄົມວິສາຫະກິດ.

ໂດຍ: ເຈິ່ນຮວ່ຽນ