ກອງປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລືປະກອບຄຳເຫັນໃສ່ 3 ໝວດເນື້ອໃນໃຫຍ່, ນັ້ນແມ່ນໝວດເນື້ອໃນກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ໝວດເນື້ອໃນສ້າງຮາກຖານການເມືອງ, ນິຕິກຳໃຫ້ແກ່ເປົ້າໝາຍສືບຕໍ່ປະຕິຮູບ, ປ່ຽນແປງໃໝ່ປະເທດຊາດໃນໄລຍະຈະມາເຖິງ ແລະໝວດເນື້ອໃນກ່ຽວກັບວຽກງານພະນັກງານ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ການປະຕິບັດຄຳເຫັນຊີ້ນຳຂອງກົມການເມືອງ, ຄະນະເລຂາທິການ, ບັນດາອະນຸກຳມະການເອກະສານ ໄດ້ດັດປັບ, ເພີ່ມເຕີມ, ສ້າງສຳເລັດເອກະສານໂດຍດ່ວນ ເພື່ອຍື່ນສະເໜີຂໍຄຳເຫັນປະກອບຂອງສູນກາງ. ຜ່ານການປັບປຸງ, ເພີ່ມເຕີມ, ບູລະນະຫຼາຍຄັ້ງເນື້ອໃນຂອງເອກະສານ ໄດ້ຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກໂດຍພື້ນຖານ, ຄື: ລັກສະນະປະຕິວັດ, ລັກສະນະວິທະຍາສາດ, ລັກສະນະຍຸດທະສາດ, ລັກສະນະຕົວຈິງ, ລັກສະນະຄົບຊຸດ, ລັກສະນະຄວາມເປັນໄປໄດ້, ລັກສະນະກຳນົດທິດ…

leftcenterrightdel
ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII. ພາບ: chinhphu.vn

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກເຖິງລັກສະນະສຳຄັນພິເສດຂອງບັນດາເນື້ອໃນຍື່ນສະເໜີຢູ່ກອງປະຊຸມ, ທ່ານສະເໜີ ສູນກາງປຶກສາຫາລືບັນດາບັນຫາຫຼັກແຫຼ່ງຢ່າງລະອຽດ, ຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບບັນດາຜົນສຳເລັດ ແລະ ຂໍ້ຈຳກັດໃນອາຍຸການ ຊຸດທີ XIII , ຈາກນັ້ນກໍກຳນົດສາຍເຫດຢ່າງຈະແຈ້ງ, ຖອດຖອນບົດຮຽນ, ປະກອບຄຳເຫັນສະຫຼຸບ, ລະອຽດ, ມີວິທະຍາສາດກ່ຽວກັບເນື້ອໃນສັງລວມຂອງບັນດາບັນຫາທິດສະດີ ແລະພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຕາມການກຳນົດທິດສັງຄົມນິຍົມໃນໄລຍະ  40 ປີຜ່ານມາ.

ທ່ານເລຂາທິການໃຫຍ່ ຮຽກຮ້ອງວ່າ: ຕ້ອງກຳນົດເປົ້າໝາຍລວມ ແລະບັນດາບຸກທະລຸຍຸດທະສາດໃນອະຍຸການທີ່ຈະມາເຖິງໃຫ້ໄດ້: ພັດທະນາໂດຍໄວ, ຍືນຍົງບົນພື້ນຖານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ສືບຕໍ່ເຮັດສຳເລັດລະບອບລະບຽບການເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ, ມີການຄຸ້ມຄອງຂອງລັດ ພາຍໃຕ້ການຊີ້ນຳນຳພາຂອງພັກ, ສ້າງພື້ນຖານການບໍລິຫານຮັບໃຊ້, ການຄຸ້ມຄອງພາກລັດທີ່ທັນສະໄໝ, ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ມີລະບຽບວິໄນ, ມີຄວາມກ້າວໜ້າ.

ເພື່ອປະຕິບັດສຳເລັດປະລິມານວຽກງານທີ່ໃຫຍ່ຫຼວງໃນໄລຍະສັ້ນ, ທ່ານເລຂາທິການໃຫຍ່ ໄດ້ຍົກໃຫ້ເຫັນຄວາມຮຽກຮ້ອງທີ່ວາງອອກຢ່າງຈະແຈ້ງນັ້ນແມ່ນ ກຳມະການສູນກາງພັກແຕ່ລະທ່ານ ຕ້ອງເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ສຸມພູມປັນຍາ, ປຶກສາຫາລືຢ່າງມີປະຊາທິປະໄຕ, ກົງໄປກົງມາ, ພາວະວິໄສ ແລະ ມີຄວາມເປີດອົກເປີດໃຈ.

ແຫຼ່ງຄັດຈາກ: vovworld.vn