ກ່ອນໜ້ານັ້ນ, ວັນທີ 15 ກໍລະກົດ, ທ່ານ ຫວູຮົ່ງແທງ ຮອງປະທານສະພາແຫ່ງຊາດຫວຽດນາມ  ແລະທ່ານນາງ Annelie Lottriet ຮອງປະທານສະພາແຫ່ງຊາດ ອາຟຣິກາໃຕ້ ໄດ້ດໍາເນີນການພົບປະສອງຝ່າຍ.

leftcenterrightdel
ທ່ານ ຫວູຮົ່ງແທງ ຮອງປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານນາງ Refilwe Mtshweni-Tsipane ປະທານສະພາສູງ (ສະພາແຫ່ງຊາດບັນດາແຂວງ) ອາຟຣິກາໃຕ້. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ ແລະພົບປະສອງຝ່າຍ, ທ່ານ ຫວູຮົ່ງແທງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມື ເພື່ອການຮ່ວມມື ແລະພັດທະນາ ກັບອາຟຣີກາໃຕ້, ຖືວ່າ ອາຟຣີກາໃຕ້ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ໃນພາກພື້ນ.

ເນື່ອງໃນໂອກາດນີ້, ທ່ານ ຫວູຮົ່ງແທງ ໄດ້ສົ່ງຈົດໝາຍຂອງ ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ທີ່ເຊີນທ່ານ Cyril Ramaphosa ປະທານາທິບໍດີ ອາຟຣີກາໃຕ້ ເຂົ້າຮ່ວມພິທີເຊັນສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ເຊິ່ງຈະຈັດຂຶ້ນໃນເດືອນຕຸລາ ປີ 2025 ຢູ່ຮ່າໂນ້ຍ.

leftcenterrightdel
ທ່ານ ຫວູຮົ່ງແທງ ມອບຂອງຂວັນໃຫ້ທ່ານນາງ Refilwe Mtshweni-Tsipane. ພາບ: ສໍານັກຂ່າວສານຫວຽດນາມ.

ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ມາຢ້ຽມຢາມອາຟຣີກາໃຕ້ ຢ່າງເປັນທາງການພາຍຫຼັງ 8 ປີ, ການນຳຂັ້ນສູງອາຟຣີກາໃຕ້ ຕີລາຄາວ່າການຢ້ຽມຢາມບໍ່ພຽງແຕ່ເປີດທິດທາງໃໝ່ໃນການຮ່ວມມືລັດຖະສະພາ ເທົ່ານັ້ນ ຫາກຍັງສ້າງກຳລັງແຮງເພື່ອໃຫ້ສອງປະເທດເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ເພື່ອຜົນປະໂຫຍດ, ການພັດທະນາ ແລະວັດທະນາຖາວອນຂອງສອງຊາດ.

ສອງຝ່າຍເຫັນດີຈະສືບຕໍ່ຜັນຂະຫຍາຍປະຕິບັດບັນດາກົນໄກຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ຄື: ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ, ຄະນະກຳມະການການຄ້າຮ່ວມ ແລະການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຢ່າງມີປະສິດທິຜົນ; ເຫັນດີເປັນເອກະພາບກັນໂດຍໄວກ່ຽວກັບບັນຊີລາຍຊື່ 50 ປະເພດສິນຄ້າສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນ ໄປຍັງຕະຫຼາດຂອງແຕ່ລະຝ່າຍ; ນໍາການຮ່ວມມືລັດຖະສະພາ ກາຍເປັນໜຶ່ງໃນບັນດາເສົາຄ້ຳຂອງການຮ່ວມມືສອງຝ່າຍ...

ໂດຍ: ໄຊຊະນະ