ຕາງໜ້າໃຫ້ການນໍາພັກ, ລັດ, ທ່ານ ໂຕເລິມ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ອາລົມຈິດອັນຈິງໃຈ ແລະຄວາມນັບຖືເປັນຢ່າງສູງມາຍັງພວກລຸງ, ພວກອ້າຍ, ເອື້ອຍ - ຜູ້ທີ່ຕໍ່ສູ້ຢ່າງພິລະອາດຫານ, ອຸທິດຊີວິດໄວໜຸ່ມ ແລະຮ່າງກາຍຂອງຕົນໃຫ້ແກ່ພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ. ເຖິງວ່າໄດ້ຮັບບາດເຈັບຈາກສົງຄາມກໍ່ຕາມ, ແຕ່ບັນດາສະຫາຍຍັງຮັກສາຄຸນສົມບັດ, ເຈດຈໍານົງ, ຄວາມເຊື່ອໝັ້ນ ແລະຈິດໃຈປະເອີບໃຈ, ເປັນແບບຢ່າງທີ່ໃສແຈ້ງຢ່າງແທ້ຈິງ ເພື່ອໃຫ້ຄົນຮຸ່ນໜຸ່ມມີຄວາມເອກອ້າງທະນົງໃຈ, ຮໍ່າຮຽນ ແລະປະຕິບັດຕາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກັບພະນັກງານ, ລັດຖະກອນ ສູນປິ່ນປົວບໍາລຸງສຸຂະພາບທະຫານເສຍອົງຄະ ຖ້ວນແທ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນເຮົາ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຕໍ່ທັດສະນະທີ່ວ່າ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນຊັບສິນອັນລ້ຳຄ່າຂອງຊາດ, ແມ່ນສັນຍະລັກອັນສັກກາລະບູຊາແຫ່ງນ້ຳໃຈຮັກຊາດ ແລະສິນທຳຫວຽດນາມ. ວຽກງານຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນໍ້າ ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ ຫາກຍັງແມ່ນຄຳສັ່ງຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ ແລະສິນທຳຂອງທົ່ວລະບົບການເມືອງ ແລະສັງຄົມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບັນດາຜູ້ແທນຢ້ຽມຢາມຖາມຂ່າວທະຫານເສຍອົງຄະ, ທະຫານເຈັບປ່ວຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງ ແລະອົງການຈັດຕັ້ງມະຫາຊົນແຂວງບັກນິງ ສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະຜູ້ມີຄຸນງາມຄວາມດີໃຫ້ດີກວ່າອີກ. ບໍ່ພຽງແຕ່ແມ່ນການເບິ່ງແຍງດູແລເທົ່ານັ້ນ, ຫາກຍັງແມ່ນຕ້ອງສ້າງເງື່ອນໄຂເພື່ອໃຫ້ພວກລຸງ, ພວກອ້າຍ, ເອື້ອຍສືບຕໍ່ປະກອບສ່ວນ, ແຜ່ຂະຫຍາຍມານະຈິດ, ຄຸນຄ່າດໍາລົງຊີວິດຢ່າງຕັ້ງໜ້າ ມາຍັງສັງຄົມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ມອບຂອງຂວັນໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງທະຫານລຸງໂຮ່, ດຳລົງຊີວິດຢ່າງມີຄວາມສຸກ, ສຸຂະພາບແຂງແຮງ ແລະເປັນແບບຢ່າງທີ່ໃສແຈ້ງໃຫ້ແກ່ລູກຫຼານປະຕິບັດຕາມ. ແຕ່ລະຄົນແມ່ນສັນຍະລັກທີ່ມີຊີວິດຊີວາແຫ່ງເຈດຈຳນົງ, ມານະຈິດຫວຽດນາມ; ເປັນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບນໍ້າໃຈຮັກຊາດ, ເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົງ, ສືບຕໍ່ເປັນແປວໄຟ ເພື່ອສົ່ງແຮງຈູງໃຈປະຕິວັດໃຫ້ແກ່ຄົນລຸ້ນຫຼັງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບັນດາຜູ້ແທນ ກັບທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພະນັກງານ, ລັດຖະກອນສູນປິ່ນປົວບໍາລຸງສຸຂະພາບທະຫານເສຍອົງຄະ ຖ້ວນແທ່ງ (ບັກນິງ). ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ແລະຜູ້ຕາງໜ້າການນຳບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະແຂວງບັກນິງ ໄດ້ມອບຂອງຂວັນໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍທີ່ພວມປິ່ນປົວບໍາລຸງສຸຂະພາບຢູ່ສູນ; ຜູ້ຕາງໜ້າ 5 ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຮັບໃບຢັ້ງຢືນປະເທດຊາດຈາລຶກຄຸນງາມຄວາມດີ ຈາກນາຍົກລັດຖະມົນຕີ ເມື່ອເດືອນ ມິຖຸນາ 2025 (ແມ່ນ 5 ກໍລະນີທະຫານເສຍອົງຄະ, ທະຫານເຈັບປ່ວຍ ພວມປິ່ນປົວບໍາລຸງສຸຂະພາບຢູ່ສູນເສຍຊີວິດ ຍ້ອນບາດແຜພິເສດ) ແລະພະນັກງານ, ລັດຖະກອນສູນປິ່ນປົວບໍາລຸງສຸຂະພາບທະຫານເສຍອົງຄະຖ້ວນແທ່ງ.

ໂດຍ: ໄຊຊະນະ