ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທງ ໄດ້ແຈ້ງໂດຍສັງເຂບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ; ຖືວ່າ ດ້ວຍຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ, ການພົວພັນຫວຽດນາມ - ອາຟະລິກາໃຕ້ ຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາ; ຕີລາຄາສູງເລື່ອງ SACCI ແລະຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ (VCCI) ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (MOU). ບົນພື້ນຖານ MOU ສະບັບນີ້, ສອງຝ່າຍຕ້ອງຕັ້ງໜ້າແຈ້ງໃຫ້ປະຊາຄົມວິສາຫະກິດຂອງ ສອງປະເທດຊາບກ່ຽວກັບສະພາບແວດລ້ອມ, ນະໂຍບາຍການລົງທຶນ ແລະການຄ້າ; ຄວາມຕ້ອງການ, ກາລະໂອກາດການຮ່ວມມື, ແລກປ່ຽນການຄ້າ... ເພື່ອພ້ອມກັນພັດທະນາ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ກະຊວງການຕ່າງປະເທດ

ທ່ານ Alan Mokoki-Hlongwane ຜູ້ອໍານວຍການໃຫຍ່ບໍລິຫານ SACCI ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືເຂັ້ມງວດໃນການພົວພັນດ້ານການຄ້າ ແລະການພົບປະແລກປ່ຽນປະຊາຊົນ; ສອງປະເທດມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ແບ່ງປັນວິໄສທັດລວມກ່ຽວກັບການພັດທະນາເສດຖະກິດ ແລະແກ້ໄຂບັນຫາພາຍໃນ. ໃນສະພາບການຂອງອາຟະລິກາໃຕ້ ສຸມໃສ່ແກ້ໄຂສະພາບການວ່າງງານເພີ່ມຂຶ້ນ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ... ແມ່ນມາດຕະການສຳຄັນ ເພື່ອຊ່ວຍພັດທະນາເສດຖະກິດ, ສັງຄົມ, ເພີ່ມທະວີການຮ່ວມມື ເພື່ອຜົນປະໂຫຍດຂອງສອງປະເທດ.

ເພື່ອຜັນຂະຫຍາຍປະສິດທິຜົນ MOU ລະຫວ່າງສອງອົງການສົ່ງເສີມການຄ້າຢ່າງມີປະສິດທິຜົນ, ທ່ານຜູ້ອໍານວຍການໃຫຍ່ບໍລິຫານ SACCI ໄດ້ສະເໜີໃຫ້ສ້າງຕັ້ງສະພາທຸລະກິດໂດຍມີຜູ້ຕາງໜ້າຈາກ 6 ຫາ 12 ຄົນ ຂອງແຕ່ລະປະເທດເຂົ້າຮ່ວມ, ມີກົນໄກປະຊຸມເປັນປະຈຳໄຕມາດ, ອາດຈະເປັນໜຶ່ງໄຕມາດປະຊຸມເທື່ອໜຶ່ງ ເພື່ອປຶກສາຫາລືກ່ຽວກັບກາລະໂອກາດຮ່ວມມື ແລະເປົ້າໝາຍຮ່ວມຂອງທັງສອງຝ່າຍ.

ກ່ອນໜ້ານັ້ນ, ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ປະຈໍາ Pretoria, ທ່ານ ຫວູຮົ່ງແທງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ປະຈໍາ ອາຟະລິກາໃຕ້.

ໂດຍ: ທະນາພອນ