ວັນທີ 11 ກໍລະກົດ (ຕາມເວລາອາເມລິກາ, ເປັນວັນທີ 12 ກໍລະກົດ ຕາມເວລາຫວຽດນາມ) ໄດ້ສ້າງຂີດໝາຍແຫ່ງວັນຫວຽດນາມ ແລະອາເມລິກາ ສ້າງການພົວພັນທາງການທູດເປັນປົກກະຕິ ຄົບຮອບ 30 ປີ (7/1995 – 7/2025). ນີ້ບໍ່ພຽງແຕ່ແມ່ນເຫດການປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນຄວາມມານະພະຍາຍາມຮຳບາດແຜ ແລະການຮ່ວມມື ເພື່ອສັນຕິພາບ, ວັດຖະນາຖາວອນລວມຂອງສອງປະເທດອີກດ້ວຍ. ພາຍຫຼັງ 30 ປີ, ໜ້າປະຫວັດສາດໃໝ່ສືບຕໍ່ໄດ້ຂຽນຂຶ້ນໃນການພົວພັນຫວຽດນາມ-ອາເມລິກາ, ໝັ້ນໝາຍວ່າ ຈະມີຄວາມສາມາດບົ່ມຊ້ອນໃນການຮ່ວມມືທີ່ໃຫຍ່ຫຼວງ ແລະເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດໃນອະນາຄົດກວ່າອີກ.
ເລື່ອງຫວຽດນາມ ແລະອາເມລິກາ ອອກຖະແຫຼງການສ້າງການພົວພັນທາງການທູດເປັນປົກກະຕິໃນວັນທີ 11 ກໍລະກົດ 1995 ແມ່ນປະຖົມປັດໄຈ, ແມ່ນພື້ນຖານສໍາຄັນ ແລະແມ່ນກໍາລັງຜັກດັນທີ່ແຂງແຮງ ເພື່ອໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາ ໄດ້ຮັບການຮັກສາ ແລະພັດທະນາອັນດີງາມໃນຕະຫຼອດ 30 ປີຜ່ານມາ.
30 ປີ-ໄລຍະເດີນທາງທີ່ມີຫຼາຍຂີດໝາຍ
30 ປີ (1995-2025) ແມ່ນໄລຍະທາງພັດທະນາທີ່ກ້າວກະໂດດຂັ້ນໃນການພົວພັນຫວຽດນາມ-ອາເມລິກາ. ຈາກອະດີດທີ່ເປັນສັດຕູກັນ, ຈົນມາເຖິງການສ້າງການພົວພັນເປັນປົກກະຕິ, ຍົກລະດັບເປັນຄູ່ຮ່ວມມືຮອບດ້ານ (2013) ແລະຫຼັງຈາກນັ້ນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2023). ນີ້ແມ່ນໝາກຜົນຂອງວິວັດການຮຳບາດແຜ ແລະສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດໃນຊຸມປີຜ່ານມາ, ຜ່ານນັ້ນ, ສະແດງອອກໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືທີ່ນັບມື້ນັບເລິກເຊິ່ງ ກວ້າງຂວາງ.
ທ່ານ ຫງວຽນກວກຢູງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຢືນຢັນວ່າ “30 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ-ອາເມລິກາ ເປັນປົກກະຕິໄດ້ສ້າງຂີດໝາຍທີ່ມີຄວາມໝາຍຍິ່ງ. ນີ້ສາມາດເວົ້າໄດ້ວ່າແມ່ນວິວັດການທີ່ຫາຍາກໃນການພົວພັນສາກົນ. ສໍາລັບຫວຽດນາມ, ນີ້ແມ່ນໝາກຜົນຂອງແນວທາງການທູດທີ່ສະເໝີຕົ້ນສະເໝີປາຍ: ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເພື່ອສັນຕິພາບ ແລະພັດທະນາ. ການພົວພັນຫວຽດນາມ-ອາເມລິກາ ພັດທະນາຍ້ອນວ່າສອງປະເທດໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ, ແບ່ງປັນຜົນປະໂຫຍດຍຸດທະສາດ ແລະພ້ອມກັນໃຫ້ຄໍາໝັ້ນສັນຍາຮ່ວມມືຢ່າງແທດຈິງ.
30 ປີຜ່ານມາ, ຫວຽດນາມ ແລະອາເມລິກາ ໄດ້ສ້າງຕັ້ງການພົວພັນແບບພິເສດບໍ່ພຽງແຕ່ຍ້ອນປະຫວັດສາດເທົ່ານັ້ນ ຫາກຍັງແມ່ນຍ້ອນວິທີທີ່ສອງປະເທດພ້ອມກັນຜ່ານຜ່າປະຫວັດສາດເພື່ອມຸ່ງໄປເຖິງອະນາຄົດອີກດ້ວຍ. ສິ່ງເຫຼົ່ານັ້ນ ໄດ້ສະແດງອອກຜ່ານຜົນການຮ່ວມມືທີ່ພົ້ນເດັ່ນໃນທຸກຂົງເຂດ: ການເມືອງ, ເສດຖະກິດ, ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການສຶກສາ-ບໍາລຸງສ້າງ, ການພົບປະແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ...
ທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ເນັ້ນໜັກວ່າ: “ຜ່ານການເຈລະຈາ ແລະປັບປຸງການພົວພັນ, ພວກເຮົາໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບເຊິ່ງກັນ ດ້ວຍວິທີພ້ອມກັນແກ້ໄຂບັນດາບັນຫາທີ່ຍັງຄ້າງພາຍຫຼັງສົງຄາມ, ປະຕິບັດບັນດາບາດກ້າວເດີນຢ່າງແຂງແຮງຜ່ານການຊຸກຍູ້ດ້ານການຄ້າ ແລະການລົງທຶນ, ເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ ແລະເປີດກວ້າງລາຍການແລກປ່ຽນການສຶກສາເພື່ອເຮັດໃຫ້ປະຊາຊົນສອງປະເທດຍັບເຂົ້າໃກ້ກັນກວ່າ. ພວກເຮົາພວມພ້ອມກັນຂຽນຕໍ່ໜ້າປະຫວັດສາດໃໝ່ຂອງການຮ່ວມມື ແລະແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝ້ັນຄົງດ້ານການແພດ. ພວກເຮົາພ້ອມກັນຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງຜ່ານເຕັກໂນໂລຢີ ແລະການສຶກສາ”.
ພ້ອມກັບການຮ່ວມມືສອງຝ່າຍ, ຫວຽດນາມ ແລະອາເມລິກາ ກໍ່ເພີ່ມທະວີການຮ່ວມມືຫຼາຍຝ່າຍຢູ່ເວທີປາໄສພາກພື້ນ ແລະສາກົນ, ພ້ອມກັນແບ່ງປັນທັດສະນະກ່ຽວກັບສິ່ງທ້າທາຍທົ່ວໂລກ ແລະພາກພື້ນ, ປະກອບສ່ວນເຂົ້າສັນຕິພາບ ແລະຄວາມໝັ້ນຄົງລວມ.
ມຸ່ງໄປເຖິງອະນາຄົດກັບກາລະໂອກາດໃໝ່
ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງວ່ອງໄວຄືໃນປະຈຸບັນ, ການພົວພັນຫວຽດນາມ-ອາເມລິກາ ຍັງໄດ້ຮັກສາໄວ້ຢ່າງມີສະຖຽນລະພາບ ແລະມີທ່າພັດທະນາຢ່າງຕັ້ງໜ້າ. ພິເສດ, ເລື່ອງສອງປະເທດໄດ້ພ້ອມກັນຜ່ານຜ່າສິ່ງທ້າທາຍຕ່າງໆກ່ຽວກັບບັນດາບັນຫາພາສີໃນສອງສາມເດືອນຜ່ານມາຍິ່ງສະແດງໃຫ້ເຫັນວ່າ ນີ້ແມ່ນການພົວພັນທີ່ມີລັກສະນະຊ່ວຍເຫຼືອກັນ, ມີຄວາມສາມາດຮັບມື ແລະນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ທັງສອງຝ່າຍ.
ໃຫ້ຂໍ້ສັງເກດກ່ຽວກັບກາລະໂອກາດຮ່ວມມືຂອງຫວຽດນາມ ແລະອາເມລິກາ ໃນໄລຍະຕໍ່ໄປ, ທ່ານ ຫງວຽນກວກຢູງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຖືວ່າ: “ໃນໄລຍະຈະມາເຖິງ, ສອງປະເທດສາມາດໃຫ້ບຸລິມະສິດຊຸກຍູ້ການຮ່ວມມືຢູ່ບາງຂົງເຂດທີ່ພົ້ນເດັ່ນ. ກ່ອນອື່ນໝົດແມ່ນດ້ານເສດຖະກິດ-ການຄ້າ-ການລົງທຶນ, ດ້ວຍຈຸດສຸມແມ່ນເຕັກໂນໂລຢີສູງ, ຕ່ອງໂສ້ສະໜອງ, ກະສິກໍາເຕັກໂນໂລຢີ ແລະຫັນປ່ຽນດີຈີຕອນ. ຫວຽດນາມ ປາດຖະໜາຢາກກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງອາເມລິກາ ໃນຕ່ອງໂສ້ສະໜອງທົ່ວໂລກ. ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງກໍ່ແມ່ນຈຸດເນ້ັນໃໝ່, ພິເສດໃນບັນດາຂົງເຂດຄື, ອຸປະກອນເຄິ່ງຊັກນໍາໄຟຟ້າ, ປັນຍາປະດິດ, ພະລັງງານສະອາດ ແລະການແພດ. ນອກຈາກນັ້ນ, ການສຶກສາ-ບໍາລຸງສ້າງ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ ແລະການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຈະສືບຕໍ່ແມ່ນເສົາຄ້ໍາສໍາຄັນ. ນີ້ລ້ວນແຕ່ແມ່ນບັນດາຂົງເຂດທີ່ການນໍາສອງປະເທດໄດ້ກໍານົດຢ່າງຈະແຈ້ງ ເມື່ອຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ກັນຍາ 2023”.
ເພື່ອມຸ່ງໄປເຖິງອະນາຄົດ, ພິເສດແມ່ນໃນການຮ່ວມມືດ້ານເສດຖະກິດ-ການຄ້າ, ຄວາມສະໜິດຕິດພັນລະຫວ່າງສອງລັດຖະບານນັບແຕ່ການແລກປ່ຽນທັດສະນະກ່ຽວກັບບັນດານະໂຍບາຍການເງິນ, ຈົນເຖິງການເຈລະຈາກ່ຽວກັບການຄ້າໃນຂອບເຂດສັນຍາການຄ້າ ແລະການລົງທຶນຢ່າງເປັນປະຈໍາຈະສືບຕໍ່ສ້າງລະບົບນິເວດໃນການຮ່ວມມືດ້ານເສດຖະກິດທີ່ນັບມື້ນັບເປີດກວ້າງ. ທ່ານ Ted Osius ປະທານສະພາດໍາເນີນທຸລະກິດອາເມລິກາ-ອາຊຽນ ຢືນຢັນວ່າ ຂົງເຂດການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງຫວຽດນາມ-ອາເມລິກາ ຍັງໃຫຍ່ຫຼວງທີ່ສຸດ.
“ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງອາເມລິກາ ແລະບັນດາວິສາຫະກິດອາເມລິກາ. 64 ວິສາຫະກິດແຖວໜ້າຂອງອາເມລິກາ ທີ່ມາຫວຽດນາມ ມີຄວາມກະຕືລືທີ່ສຸດ ຍ້ອນເຂົາເຈົ້າໄດ້ຕ້ັງຄວາມຫວັງຕໍ່ອະນາຄົດທີ່ສົດໃສຂອງຫວຽດນາມ ແລະເຂົາເຈົ້າຢາກຊອກຮູ້ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຢ່າງຕັ້ງໜ້າກວ່າອີກ. ວິສາຫະກິດອາເມລິກາ ພວມສະໜອງອຸປະກອນໃຫ້ບາງໂຄງການພັດທະນາພະລັງງານຢູ່ຫວຽດນາມ. ບໍ່ພຽງແຕ່ດ້ານພະລັງງານເທົ່ານັ້ນ, ການບິນກໍ່ແມ່ນຂົງເຂດໜຶ່ງທີ່ມີຄວາມສາມາດບົ່ມຊ້ອນ ແລະສໍາຄັນ. ຂ້າພະເຈົ້າກໍ່ເຫັນວ່າ ຂົງເຂດກະສິກຳກໍ່ມີກາລະໂອກາດຫຼາຍ, ສອງຝ່າຍອາດຈະເພີ່ມທະວີການສ່ົງອອກໄປຍັງຕະຫຼາດຂອງກັນ ແລະກັນໃຫ້ຫຼາຍກວ່າເກົ່າ”.
ການພັດທະນາຢ່າງຕໍ່ເນື່ອງ ແລະເລິກເຊິ່ງກວ້າງຂວາງຂອງການພົວພັນຫວຽດນາມ-ອາເມລິກາ ໃນຕະຫຼອດ 30 ປີຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ສອງປະເທດໄດ້ປະອະດີດໄວ້, ຜ່ານຜ່າຄວາມແຕກຕ່າງກັນ, ເສີມຂະຫຍາຍສິ່ງທີ່ຄ້າຍຄືກັນ, ເພື່ອມຸ່ງໄປເຖິງອະນາຄົດ. ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອໃຫ້ຫວຽດນາມ ແລະອາເມລິກາ ພ້ອມກັນເບິ່ງຄືນໄລຍະທາງຜ່ານມາ, ພ້ອມທັງມຸ່ງໄປເຖິງອະນາຄົດ, ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ດີງາມໃນຊຸມປີທີ່ຈະມາເຖິງ.
ໂດຍ: ໄຊນີດາ