ຊົມເຊີຍທ່ານເອກອັກຄະລັດຖະທູດ ທີ່ໄດ້ສຳເລັດໜ້າທີ່ການທູດຢູ່ຫວຽດນາມ, ທ່ານປະທານປະເທດ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້, ພັດທະນາ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຈີເລ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ພິເສດແມ່ນໄດ້ຕັ້ງໜ້າຊຸກຍູ້ ແລະໜູນຊ່ວຍຈັດຕັ້ງການໄປຢ້ຽມຢາມ ແລະພົບປະຂັ້ນສູງລະຫວ່າງສອງປະເທດປະສົບຜົນສຳເລັດ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານ Sergio Narea Guzman ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ຈີເລ. ພາບ: ນາມແອງ

ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມໂດຍປະທານ ໂຮ່ຈີມິນ ແລະທ່ານອະດີດປະທານາທິບໍດີ Salvador Allende ເປັນຜູ້ກໍ່ຕັ້ງ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມພາກພູມໃຈເມື່ອເຫັນວ່າ ກວ່າ 5 ທົດສະວັດຜ່ານມາ, ການພົວພັນຫວຽດນາມ - ຈີເລ ໄດ້ການນຳ ແລະປະຊາຊົນລຸ້້ນຕ່າງໆຂອງສອງປະເທດ ຮັກສາ, ເພີ່ມພູນຄູນສ້າງເພື່ອນັບມື້ນັບພັດທະນາ ແລະໝັ້ນຄົງ, ເລິກເຊິ່ງກວ້າງຂວາງ:

ທ່ານປະທານປະເທດ ໃຫ້ຮູ້ວ່າ: ການພົວພັນດ້ານການເມືອງ ແລະການທູດ ຫວຽດນາມ - ຈີເລ ນັບມື້ນັບສະໜິດແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຈັດຕັ້ງປະຕິບັດຢ່າງຮອບດ້ານຜ່ານທຸກຊ່ອງທາງຂອງພັກ, ລັດ ແລະການທູດປະຊາຊົນ. ໃນຂົງເຂດເສດຖະກິດ, ການຄ້າ, ຈີເລ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ ຢູ່ອາເມລິກາລາຕິນ ດ້ວຍວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງຕໍ່ເນື່ອງດ້ວຍລະດັບສູງ, ບັນລຸກວ່າ 1,7 ຕື້ ໂດລາສະຫະລັດ ໃນປີ 2024 ແລະຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີເລ ຢູ່ ອາຊຽນ. 

ໂດຍ:  ໄຊນີດາ