ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຮອງປະທານສະພາຜູ້ແທນທ້ອງຖິ່ນ ອິນໂດເນເຊຍ
ກປ.ອອນໄລ - ຕອນບ່າຍວັນທີ 10 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yorry Raweyai ຮອງປະທານສະພາຜູ້ແທນທ້ອງຖິ່ນ ອິນໂດເນເຊຍ.
ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຕີລາຄາສູງບົດບາດສຳຄັນ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງສະພາຜູ້ແທນທ້ອງຖິ່ນ ໃນສະພາແຫ່ງຊາດອິນໂດເນເຊຍ; ເຊື່ອໝັ້ນວ່າ ອິນໂດເນເຊຍ ຈະສືບຕໍ່ພັດທະນາຈະເລີນຮຸ່ງເຮືອງ, ມີອິດທິພົນຊື່ສຽງທີ່ນັບມື້ນັບສູງຂຶ້ນໃນເວທີສາກົນ, ບັນລຸໄດ້ເປົ້າໝາຍ “ອິນໂດເນເຊຍ ຄໍາ 2045” ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຄົບຮອບ 100 ປີ.
ທ່ານ Yorrys Raweyai ຕີລາຄາສູງໝາກຜົນສຳຄັນໃນການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ເຖິງ ອິນໂດເນເຊຍ, ພິເສດແມ່ນເລື່ອງສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Yorrys Raweyai ຮອງປະທານສະພາຜູ້ແທນທ້ອງຖິ່ນ ອິນໂດເນເຊຍ. ພາບ: ຟ້າມຖັ໊ງ. |
ທ່ານ ເຈິ່ນແທັງເໝິນ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ອິນໂດເນເຊຍ ໃນຊຸມປີຜ່ານມາ; ສະເໜີໃຫ້ ອິນໂດເນເຊຍ ອໍານວຍຄວາມສະດວກສຳລັບສິນຄ້າຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດ, ຜະລິດຕະພັນ Halal ເຂົ້າເຖິງຕະຫຼາດອິນໂດເນເຊຍ; ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 18 ຕື້ໂດລາສະຫະລັດ ໃນປີ 2028; ຊຸກຍູ້ການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການປະມົງ (ລົງນາມໃນເດືອນມັງກອນ 2024) ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດສິນໃນນໍ້າ, ພັດທະນາການປະມົງ ແລະການລ້ຽງສັດນ້ຳແບບຍືນຍົງ, ສະກັດກັ້ນການຫາປາຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU).
ທ່ານ Yorrys Raweyai ສະເໜີສອງຝ່າຍ ເພີ່ມທະວີການຮ່ວມມືກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພະລັງງານທົດແທນ, ວິທະຍາສາດ-ເຕັກໂນໂລຢີ ແລະການພັດທະນາແບບຍືນຍົງ, ພິເສດແມ່ນການຄຸ້ມຄອງສິ່ງເສດເຫຼືອແບບຍືນຍົງ; ຫວັງວ່າຈະຖອດຖອນບົດຮຽນຈາກຫວຽດນາມ ໃນການສ້າງບັນດາຂໍ້ກໍານົດຂອງກົດໝາຍ, ການປະສານສົມທົບຢ່າງຄົບຊຸດລະຫວ່າງສູນກາງ ແລະທ້ອງຖິ່ນ ກໍຄື ການເຂົ້າຮ່ວມຂອງປະຊາຊົນໃນຂະບວນການປະຕິບັດນະໂຍບາຍທີ່ກ່ຽວຂ້ອງເຖິງເສດຖະກິດໝູນວຽນ ແລະການຄຸ້ມຄອງສິ່ງເສດເຫຼືອແບບຍືນຍົງ.
ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ ການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ ມີບາດກ້າວພັດທະນາຢ່າງຕັ້ງໜ້າຕາມທິດເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນທັງໃນຂອບສອງຝ່າຍ ແລະຫຼາຍຝ່າຍ. ທ່ານ ເຈິ່ນແທັງເໝິນ ສະເໜີຍູ້ແຮງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ເພີ່ມທະວີການຮ່ວມມື, ພົບປະແລກປ່ຽນ ແລະແບ່ງປັນບົດຮຽນປະສົບການລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ໂດຍສະເພາະແມ່ນລະຫວ່າງກໍາມາທິການວິຊາສະເພາະຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາຍິງ ແລະສະມາຊິກລັດຖະສະພາໜຸ່ມ... ສອງຝ່າຍກໍເຫັນດີສືບຕໍ່ເພີ່ມທະວີການຮ່ວມມື, ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ; ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ.
ໂດຍ: ໄຊຊະນະ