ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ພົບປະ ແລະເຮັດວຽກກັບຄະນະວິສາຫະກິດຂອງສະພາທຸລະກິດອາເມລິກາ - ອາຊຽນ (USABC) ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພວມປະຕິຮູບ ແລະຈະສືບຕໍ່ດຳເນີນການປະຕິຮູບກວ່າອີກ, ບັນດາອົງການຈັດຕັ້ງສືບຕໍ່ຫັນປ່ຽນຮູບການການເຮັດວຽກ, ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະວິສາຫະກິດ, ຖືປະຊາຊົນ ແລະວິສາຫະກິດເປັນໃຈກາງ... ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ຮັບປະກັນຄວາມສະເໝີພາບໃນການເຂົ້າເຖິງແຫຼ່ງກຳລັງລະຫວ່າງວິສາຫະກິດພາຍໃນ ແລະຕ່າງປະເທດ, ສ້າງເງື່ອນໄຂສະດວກກວ່າກ່ຽວກັບວິຊາ, ແຮງງານ, ສຸຂະອະນາໄມດ້ານອາຫານ ແລະອື່ນໆ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: vov.vn

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີປະຊາຄົມວິສາຫະກິດອາເມລິກາ ສືບຕໍ່ມີທັດສະນະຕໍ່ກັບລັດຖະບານອາເມລິກາ, ຮ່ວມເດີນທາງ ກັບລັດຖະບານຫວຽດນາມ ໃນການເຈລະຈາກັບບັນດາອົງການຈັດຕັ້ງຂອງອາເມລິກາ ເພື່ອບັນລຸໄດ້ບັນດາຂໍ້ຕົກລົງກ່ຽວກັບພາສີ ສຳລັບແຕ່ປະເພດສິນຄ້າທີ່ສົມເຫດສົມຜົນ, ມຸ່ງໄປເຖິງບັນລຸວົງເງິນການຄ້າທີ່ໝັ້ນຄົງ, ກົມກຽວ, ຍືນຍົງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຄຽງຂ້າງນັ້ນ, ບັນດາວິສາຫະກິດອາເມລິກາ ມີທັດສະນະສະໜັບສະໜູນເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງ 2 ປະເທດຢ່າງຍືນຍົງ; ບໍ່ຈັດວາງມາດຕະການປົກປ້ອງການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ ຫຼືມີພຶດຕິກຳສົ່ງຜົນກະທົບເຖິງການພົວພັນອັນດີງາມລະຫວ່າງສອງປະເທດ; ຊຸກຍູ້ໃຫ້ຝ່າຍອາເມລິກາ ຮັບຮູ້ກົນໄກເສດຖະກິດຕະຫຼາດຂອງຫວຽດນາມ ໂດຍໄວ ແລະຍົກຫວຽດນາມ ອອກຈາກບັນຊີລາຍຊື່ຈຳກັດການສົ່ງອອກເຕັກໂນໂລຢີສູງ.

ບັນດາວິສາຫະກິດອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ນັບມື້ນັບສະດວກດ້ວຍບັນດາຄຳໝັ້ນສັນຍາ, ວິໄສທັດ ແລະການເຄື່ອນໄຫວຢ່າງແຂງແຮງຂອງຫວຽດນາມ, ພິເສດແມ່ນວິວັດການຜັນຂະຫຍາຍບັນດາກົນໄກ; ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມເດີນທາງ, ຮ່ວມມືລົງທຶນ, ການຜະລິດ ແລະດຳເນີນທຸລະກິດອັນຍາວນານກັບຫວຽດນາມ ໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ