ຕອນບ່າຍວັນທີ 10 ກໍລະກົດ, ທີ່ Kuala Lumpur (ມາເລເຊຍ), ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທິີ 16, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ.

leftcenterrightdel
ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16. ພາບ: vov.vn

ທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ສະເໜີກົນໄກການຮ່ວມມືແມ່ນໍ້າຂອງ-ຍີປຸ່ນ (MJC), ລວມມີ: ກໍາປູເຈຍ, ລາວ, ມຽນມາ, ຍີ່ປຸ່ນ, ໄທ, ຫວຽດນາມ) ຕ້ອງປ່ຽນແປງໃໝ່ຈິນຕະນາການ ແລະວິທີການເຂົ້າເຖິງ, ສຸມໃສ່ໃນ 3 ຂົງເຂດບຸລິມະສິດ, ລວມມີ: ເຊື່ອມຕໍ່ພື້ນຖານໂຄງລ່າງ ແລະໜູນຊ່ວຍບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດໜ້ອຍ ແລະກາງ (MSMEs) ຮັບຮອງເອົາຂໍ້ລິເລິ່ມການຄ້າຂ້າມຊາຍແດນ; ຍູ້ແຮງການປ່ຽນເປັນດີຈີຕອນ ແລະປ່ຽນແປງໃໝ່ປະດິດສ້າງ, ສ້າງສູນດີຈີຕອນ, ໝູນໃຊ້ເຕັກໂນໂລຢີສີຂຽວ; ເພີ່ມທະວີມາດຕະການລະຫວ່າງຂະແໜງການໃຫ້ແກ່ສິ່ງທ້າທາຍຄວາມໝັ້ນຄົງດ້ານສະບຽງອາຫານ-ນໍ້າ-ພະລັງງານ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະພັດທະນາພະລັງງານທົດແທນ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ບົດບາດຂອງພາກເອກະຊົນໃນການຫັນການຮ່ວມມື MJC ປະກົດຜົນເປັນຈິງ, ສະເໜີຈັດຕ້ັງເວທີປາໄສວິສາຫະກິດແມ່ນໍ້າຂອງ-ຍີ່ປຸ່ນ ຢ່າງເປັນປະຈໍາ.

ສິ້ນສຸດກອງປະຊຸມ, ບັນດາປະເທດສະມາຊິກຕີລາຄາສູງບົດບາດເປັນປະທານຮ່ວມກອງປະຊຸມຕັ້ງໜ້າຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືທີ່ີມີເນື້ອແທ້ ແລະສອດຄ່ອງກັບກົນໄກ MJC.

ໂດຍ: ໄຊນີດາ